ຜົນສຳເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບວຽກງານສາສະໜາ

ກົມສາສະໜາ ສນຊ ໄດ້ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບວຽກງານສາສະໜາ ຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ, ລະຫວ່າງວັນທີ 16-17 ທັນວາ 2024, ພາຍໃຕ້ການເປັນປະທານຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານ ສນຊ, ມີບັນດາຜູ້ຕ່າງໜ້າຈາກແນວລາວສ້າງຊາດນະຄອນຫຼວງວຽງຈັນ ແລະ ແນວລາວສ້າງຊາດບັນດາແຂວງທົ່ວປະເທດ, ພ້ອມດ້ວຍບັນດາເມືອງຂອງແຂວງ ວຽງຈັນ ເຂົ້າຮ່ວມ

ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານສາສະໜາຢູ່ບັນດາແຂວງໃນໄລຍະ 1 ປີທີ່ຜ່ານມາເພື່ອຕີລາຄາໃຫ້ເຫັນດ້ານທີມີຜົນງານ ແລະ ດ້ານຄົງຄ້າງ ເພື່ອຈະສືບຕໍ່ແກ້ໄຂ, ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳຢາດ ຣາຊດາວົງ ຄະນະປະຈຳ, ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ, ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳເອົາເນື້ອໃນຈິດໃຈກອງປະຊຸມ ກໍຄືບົດຮຽນອັນພົ້ນເດັ່ນນຳໄປເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດ ໃຫ້ແທດເໝາະກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ການເຄື່ອນໄວຫວຽກງານສາສະໜາ ໄດ້ຮັບຜົນດີ.