ໃນວັນທີ 19 ທັນວາ 2024 ນີ້ ທ່ານ ຄຳໄຫຼ ສີປະເສີດ, ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະ ໄດ້ໄປທ່ຽວຊົມງານບຸນມະໂຫລານປື້ມ ແລະ ກິດຈະກຳສົ່ງເສີມການອ່ານ ຄັ້ງທີ v ຢູ່ທີ່ສູນການຄ້າ ລາວ-ໄອເຕັກ. ເຊິ່ງງານບຸນມະໂຫລານປື້ມ ແລະ ກິດຈະກຳສົ່ງເສີມການອ່ານ ເປັນເວທີໜຶ່ງທີ່ສ້າງໂອກາດໃຫ້ແກ່ເດັກນ້ອຍລາວໄດ້ສະແດງຄວາມຮູ້ຄວາມສາມາດທາງດ້ານການຄິດ, ການອ່ານ, ການແຕ້ມ ແລະ ພອນສະຫວັນໃນດ້ານຕ່າງໆ ໃນເວທີສຳຄັນທາງພາຍໃນ ແລະ ສາກົນ ເປັນການປະກອບສ່ວນປຸກລະດົມທົ່ວສັງຄົມໃຫ້ມັກຄົ້ນຄວ້າ-ມັກການອ່ານ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຕົນເອງ.
ພ້ອມກັນນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ກໍໄດ້ຊົມການສະແດງສີລະປະວັນນະຄະດີຈາກນ້ອງນ້ອຍນັກຮຽນ, ຢ້ຽມຊົມບັນດາຮ້ານທີ່ວາງສະແດງ- ຂາຍປື້ມອ່ານປະເພດຕ່າງໆ, ໄດ້ຢ້ຽມຊົມບັນດາຮ້ານວາງສະແດງສິນຄ້າກະສິກຳລາວ ແລະ ຊົມສວນກະສິກຳຕົວແບບໃນການປູກຝັງ ແລະ ລ້ຽງສັດຕື່ມອີກ.



