ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ, ຄັ້ງທີ 4 ສະໄໝທີ XI ປີ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ມີທ່ານ ຮອງປະທານ , ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ ທີ່ ສູນກາງແນວລາວສ້າງຊາດ, ວັນທີ 26 ທັນວາ 2024.
ໂອກາດນີ້ ທ່ານ ຄໍາໄຫຼ ສີປະເສີດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ, ໜ່ວຍງານຮັບຜິດຊອບໃນການກະກຽມກອງປະຊຸມຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານກະກຽມດັ່ງກ່າວໃນການຈັດຕັ້ງປະຕິບັດ. ພ້ອມທັງປຶກສາຫາລືໃນດ້ານຕ່າງໆ ເພື່ອແນ່ໃສ່ປັບປຸງໜ້າວຽກຂອງແຕ່ລະອະນຸໃຫ້ມີຄວາມສອດຄ່ອງກັບຕົວຈິງ ເຊິ່ງໂດຍລວມເຫັນວ່າແຕ່ລະອະນຸນັ້ນມີຄວາມພ້ອມ. ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ແຕ່ລະອະນຸ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ຂ່າວ+ພາບ: ສຸກສຳລານ



