ທ່ານ ດຣ ອິນລາວັນ ແກ້ວບຸນພັນ ເຄື່ອນໄຫວຊຸກຍູ້ວຽກງານ ແນວລາວສ້າງຊາດ ທີ່ ຫົວພັນ

      ທ່ານ ດຣ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ)ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ແຂວງ ຫົວພັນ ໃນລະຫວ່າງວັນທີ 27 ທັນວາ 2024 ເຊິ່ງໄດ້ເຂົ້າພົບການນໍາແຂວງ ເພື່ອແຈ້ງຈຸດປະສົງ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫົວພັນ ຈາກນັ້ນ ກໍ່ໄດ້ລົງພົບປະແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດ ເມືອງວຽງໄຊ ທີ່ຫ້ອງການແນວລາວສ້າງຊາດເມືອງວຽງໄຊ ໂດຍມີພະນັກງານແນວລາວສ້າງຊາດແຂວງ-ເມືອງດັ່ງກ່າວ ເຂົ້າຮ່ວມ.
      ໃນການພົບປະ ທ່ານຮອງປະທານ ສນຊ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບພົ້ນເດັ່ນໃນການເຄື່ອນໄຫວວຽກງານ ຈາກທ່ານ ວີີີເຕັງ ຈືື່ໄມເຕັງ ຮັກສາການປະທານແນວລາວສ້າງຊາດແຂວງ, ທ່ານ ອ່ອນ ແພງພູວັນ ປະທານແນວລາວສ້າງຊາດເມືອງ ໂດຍຫຍໍ້, ຈາກນັ້ນ ທ່ານຮອງປະທານ ສນຊ ໄດ້ມີຄໍາເຫັນໂອ້ລົມບາງເນື້ອໃນໂດຍໄດ້ເນັ້ນໃສ່ ບາງບັນຫາເປັນຕົ້ນ: ການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ໃຫ້ແໜ້ນແຟ້ນ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດບັນດາແນວທາງນະໂຍບາຍຂອງພັກ, ນິຕິກໍາຂອງລັດ ແລະ ຂອງແນວລາວສ້າງຊາດ ກໍ່ຄືຂອງອົງຄະນະພັກແຂວງ-ເມືອງ; ສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍປະຊາຊົນທຸກຊົນເຜົ່າ ເຂົ້າຮ່ວມຂະບວນການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດຕິດພັນກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ບັນຫາບຸກຄະລາກອນຂອງແນວລາວສ້າງຊາດ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ແລະ ສະເໜີໃຫ້ແນວລາວສ້າງຊາດແຂວງ, ເມືອງ ພ້ອມກັນເອົາໃຈໃສ່ຜັນຂະຫຍາຍ ຂໍ້ແຂ່ງຂັນ 4 ເສີມສ້າງຂອງແນວລາວສ້າງຊາດ ໃຫ້ເປັນຮູບປະທໍາເທື່ອລະກ້າວ ໂດຍສະເພາະເສີມສ້າງຄວາມສາມັກຄີ ແລະ ສ້າງຄຸນງາມຄວາມດີຕໍ່ສັງຄົມ ແລະ ປະເທດຊາດ.
      ໃນໂອກາດດັ່ງກ່າວ ຍັງໄດ້ນໍາເອົາເງິນສົດຈໍານວນ 50ລ້ານກີບ ປະກອບສ່ວນຊຸກຍູ້ວຽກງານໂຄສະນາ ໂດຍປັບປຸງປົວແປງຫໍມູນເຊື້ອແນວລາວສ້າງຊາດ ທີ່ເມືອງວຽງໄຊ ແລະ ມອບເງິນສົດຈໍານວນໜຶ່ງ ເພື່ອສືບຕໍ່ໃຫ້ກໍາລັງໃຈບັນດາເມືອງ ແລະ ຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນປີ 2024 ນີ້ ຕື່ມອີກ.
ຂ່າວ-ຮູບ: ລິຂິດ
ບ.ກ: ພ ບຸບຜາ