ຮ່ວມມືສອງຝ່າຍ ສ້າງຕັ້ງວິສາຫະກິດບໍ່ແຮ່ ຢູ່ແຂວງຄໍາມ່ວນ

      ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືສອງຝ່າຍ ສ້າງຕັ້ງວິສາຫະກິດບໍ່ແຮ່ (ຫີນກໍ່ສ້າງ) ຢູ່ບ້ານວຽງທອງ ເມືອງຫີນບູນ ແຂວງຄໍາມ່ວນ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ບໍ ລິສັດເຄວີ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ຕາງໜ້າ ກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະຜູ້ບໍລິຫານ ບໍລິສັດ ເຄວີ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ, ໃນວັນທີ 30 ທັນວາ 2024;
      ຕາງໜ້າລົງນາມສອງຝ່າຍ ລະຫວ່າງ ທ່ານ ປອ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ ແລະ ທ່ານ ປອ. ຄໍາຫຼ້າ ວິນໄລທອງ ກໍາມະການສູນກາງແນວລາວສ້າງຊາດ, ປະທານບໍລິສັດ ເຄວີ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ເຊິ່ງເປົ້າໝາຍຂອງການຮ່ວມມື ເພື່ອສ້າງໂຮງ ງານຂຸດຄົ້ນປຸງແຕ່ງ ແລະ ຈຳໜ່າຍ ຫີນຂົບ ເພື່ອກໍ່ສ້າງພື້ນຖານໂຄງລ່າງ; ການຮ່ວມມືສອງຝ່າຍຄັ້ງນີ້, ເປັນການຍູ້ແຮງການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ຕາມມະຕິເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແນວລາວສ້າງຊາດ ຕາມຄໍາຂວັນທີ່ວ່າ: ກໍາມະການຜູ້ໜຶ່ງສ້າງຄຸນງາມຄວາມດີຢ່າງໜ້ອຍປະການໜຶ່ງ; ໃນນີ້, ທັງເປັນການສ້າງລາຍຮັບຮ່ວມກັນ ແລະ ແບ່ງປັນຜົນໄດ້ຮັບຕາມການຖືຫຸ້ນ ເພື່ອສ້າງເປັນມູນນິທິແນວລາວສ້າງຊາດ; ພ້ອມນີ້, ເປັນການນໍາໃຊ້ທ່າແຮງບົ່ມຊ້ອນດ້ານຊັບພະຍາກອນທຳມະຊາດ ຂອງທ້ອງຖິ່ນ (ແຂວງຄໍາມ່ວນ) ກ່ຽວກັບການແປຮູບຫີນ ນຳໃຊ້ເຂົ້າໃນບັນດາໂຄງການກໍ່ສ້າງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.