ປະທານ ສນຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ຄົນໃໝ່.

 

ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ຄົນໃໝ່ ທີ່ສູນກາງແນວລາວສ້າງຊາດ ມີບັນດາທ່ານຈາກສອງອົງການເຂົ້າຮ່ວມ ໃນວັນທີ 9 ມັງກອນ 2025 ນີ້.

ທ່ານ ປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ບີລາລ ໂອແຣັງ ເຊັບ ດູຮານີ ທີ່ໄດ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າຄົນໃໝ່ຂອງ ອົງການຢູນິເຊັບ ປະຈໍາ ສປປ ລາວ ​ແລະ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ອົງການຢູນິເຊັບ ທີ່ໄດ້ໃຫ້ການ​ສະໜັບສະໜູນ​ຢ່າງຕໍ່ເນື່ອງ ​ຕໍ່ໂຄງການ​ລິ​ເລີ່​ມຕ່າງໆ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຕໍ່ເດັກນ້ອຍ​​ ແລະ ແມ່ຍິງລາວ; ທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມມື ລະຫວ່າງ ອົງການຢູນິເຊັບ ແລະ ອົງການແນວລາວສ້າງຊາດ ຕະຫຼອດໄລຍະຜ່ານມາ ແລະ ເພື່ອສືບຕໍ່ຮ່ວມມືໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົດໄວ້;

ຜູ້ຕາງໜ້າອົງການຢູນີເຊັບໄດ້ສະແດງຄວາມຂອບໃຈ ເປັນຢ່າງຍິງ ສໍາລັບການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ້ນ ໃນປີ 2025 ລະຫວ່າງ ອົງການຢູນິເຊັບ ແລະ ສູນກາງແນວລາວສ້າງຊາດການຮ່ວມມືທີ່ດີ ເປັນຕົ້ນ ທາງດ້ານການປົກປ້ອງສິດທິເດັກ ແລະ ແມ່ຍິງ, ການເຂົ້າເຖິງຊຸມຊົນໃນການປຸກລະດົມການສັກຢາວັກຊິນຕ່າງໆ. ພ້ອມກັນນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນຕໍ່ໜ້າຕື່ມອິກ.

ບກ: ສຊ ຈື້ໄຊ+ຈິດຕະພົງ

ຂ່າວ+ພາບ: ລີ