ທ່ານ ຮອງປະທານ ສນຊ ພ້ອມດ້ວຍຄະນະ ຮ່ວມເປັນເຈົ້າພາບພິທີສູດອະພິທັມ ທີ່​ວັດ​ພ​ຣະ​ທາດຫຼວງ​ເໜືອ

ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນ​ຊ) ໄດ້ສົມທົບກັບຄະນະທີ່ປຶກສາວຽກງານສາສະໜາ, ກັມ​ມາ​ທິ​ການ​ຕ່າງ​ປະ​ເທດ, ບໍ​ລິ​ສັດ​ວັງ​ຕັດ ແລະ ກົມສາສະໜາ ສູນກາງແນວລາວສ້າງຊາດ ຮ່ວມກັນເປັນເຈົ້າພາບພິທີສູດອະພິທັມ (ຖວາຍ​ບຸນ) ເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ພຣະອາຈານໃຫຍ່ ມະຫາພູສະຫວັນ ພັນທະບົວລີ, ອະ ດີດຄະນະປະຈຳ, ອະດີດຫົວ​ໜ້າ​ກັມມາທິການ​ສຶກ​ສາ​ສົງ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ຢູ່ທີ່ພັດທະສີມາ ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໃນຕອນແລງ ວັນທີ 10 ມັງກອນ 2025;

ພຣະອາຈານໃຫຍ່ ມະຫາພູສະຫວັນ ພັນທະບົວລີ ໄດ້ມໍລະນະພາບ ໃນວັນທີ 31 ທັນວາ 2024, ວາ​ລະ​ບຳ​ເພັນ​ບຸນ ​ໃນ​ແຕ່​ລະ​ມື້ ວັນ​ທີ 02-17 ມັງ​ກອນ 2025 ສູດ​ອະ​ພິ​ທັມ (ຖວາຍ​ບຸນ) ເວ​ລາ 17:00 ໂມງ​ ຂອງ​ທຸກວັນ, ​ວັນ​ເສົາ ໃນວັນທີ 18 ມັງກອນ 2025 ເປັນ​ມື້ຊາປະນະກິດ ຖວາຍ​ເພີງ ທີ່ເດີ່ນທາດຫຼວງ (ຂ້າງວັດທາດຫຼວງໃຕ້) ນະຄອນຫຼວງວຽງຈັນ ແລະ ວັນ​ອາ​ທິດ ວັນທີ 19 ມັງ ກອນ 2025 ພິ​ທີ​ໃສ່​ບາດ ​ຖວາຍ​ສັງ​ຄະ​ທານ;

ໂອ​ກາດນີ້, ທ່ານ​ຮອງ​ປະ​ທານ ສນ​ຊ ໄດ້​ຕາງ​ໜ້າ​ຄະ​ນະ ມອບ​ເງິນ ຈຳ​ນວນ 67.500.000 ກີບ (ຫົກ​ສິບ​ເຈັດ​ລ້ານ​ຫ້າ​ແສນ​ກີບ) ​ໂດຍ​ການ​ຮ່ວມ​ໂມ​ທະ​ນາ​ທານ​ຈາກ ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ຄະ​ນະ​ທີ່​ປຶກ​ສາ​ວຽກ​ງານ​​​ວຽກ​ງານ​ສາ​ສະ​ໜາ ແລະ ບໍ​ລິ​ສັດ​ວັງ​ຕັດ   ເພື່ອມອບ​ໃຫ້​ຮັບ​ໃຊ້​ໃນ​ງານດັ່ງ​ກ່າວ ​ຕື່ມ​ອີກ.