ກອງປະຊຸມຖອດຖອນບົດຮຽນການໂຄ​ສະ​ນາ​ປຸກ​ລະ​ດົມການ​ປະ​ຕິ​ບັດພັນທະເສຍພາສີ-ອາກອນໃຫ້ລັດ

 

 

ກອງປະຊຸມສະຫຼຸບຖອດຖອນບົດຮຽນໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ) ແລະ ​ກະ​ຊວງ​ການ​ເງິນໃນ​ວຽກ​ງານ​ໂຄ​ສະ​ນາ​ປຸກ​ລະ​ດົມ​ຊຸກ​ຍູ້​ການ​ປະ​ຕິ​ບັດພັນທະເສຍພາສີ – ອາກອນໃຫ້ລັດ ປະຈຳປີ 2024, ໄດ້​ຈັດ​ຂຶ້ນ​ໃນວັນທີ 14 ມັງກອນ 2025 ທີ່ສູນກາງແນວລາວສ້າງຊາດພາຍ​ໃຕ້​ການ​ເປັນ​ທານ​ຮ່ວມ​​ຂອງ​ທ່ານ ​ຄຳ​ໄຫຼ ສີ​ປະ​ເສີດ ຮອງ​ປະ​ທານ ສນຊ, ທ່ານ ສຸ​ລິ​ວັດ ສຸ​ວັນ​ນະ​ຈູມ​ຄຳ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ເງິນ,​ ມີບັນດາທ່ານຄະນະກົມ ສນຊ, ປະທານ-ຮອງປະທານແນວລາວສ້າງຊາດແຂວງ ແລະ ນະຄອນຫຼວງວຽງຈັນ, ທ່ານຫົວໜ້າ-ຮອງຫົວໜ້າພະແນກການເງິນແຂວງເຂົ້າ​ຮ່ວມ.

ທ່ານ ​ຄຳ​ໄຫຼ ສີ​ປະ​ເສີດ ໄດ້​ກ່າວ​ວ່າ: ການດຳເນີນກອງປະຊຸມສະຫຼູບຖອດຖອນບົດຮຽນໃນການໂຄສະນາປຸກລະດົມການປະຕິບັດພັນທະພາສີ-ອາກອນໃຫ້ລັດໃນຄັ້ງນີ້, ຊຶ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖິງໝາກຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງ ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະນະພັກກະຊວງການເງິນທີ່ໄດ້ຕົກລົງຮ່ວມກັນໃນໄລຍະຜ່ານມາເທົ່ານັ້ນ ແຕ່ຍັງເປັນການປະກອບ ສ່ວນສໍາຄັນເຂົ້າໃນການປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ ແລະ ທັງເປັນການສ້າງເງື່ອນໄຂໃຫ້ແກ່ແນວລາວສ້າງຊາດ ແຕ່ລະຂັ້ນໄດ້ເຄື່ອນໄຫວລົງເຖິງຮາກຖານປະຊາຊົນອີກດ້ວຍ.

ຜ່ານການເຄື່ອນໄຫວວຽກໂຄສະນາຊຸກຍູ້ປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ຢູ່ແຕ່ລະແຂວງໃນທົ່ວປະເທດນັ້ນກະຊວງການເງິນ ໄດ້ອຳນວຍຄວາມສະດວກ ແລະ ສະໜອງງົບປະມານຮັບໃຊ້ໃຫ້ຢ່າງເໝາະສົມ, ຂັ້ນທ້ອງຖິ່ນ ກໍໄດ້ໃຫ້ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນຈາກອົງການຈັດຕັ້ງລັດ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ. ນອກຈາກເຮັດການໂຄສະນາປຸກລະດົມແລ້ວ ຍັງໄດ້ລົງຊຸກຍູ້ຕົວຈິງຢູ່ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງ ປະເທດ, ຍ້ອນມີການປະສານສົມທົບກັນຂອງສອງຝ່າຍໃນໂຄສະນາປຸກລະດົມຂອງອົງການແນວລາວສ້າງຊາດແຕ່ລະຂັ້ນຄືແນວນັ້ນ ຈຶ່ງເຮັດໃຫ້ປີ 2024 ທຸກແຂວງສາມາດເກັບລາຍຮັບໂດຍມີທ່ວງທ່າເພີ່ມຂຶ້ນໄດ້ເກີນແຜນໃນທົ່ວປະເທດ.

ທ່ານ ສຸ​ລິ​ວັດ ສຸ​ວັນ​ນະ​ຈູມ​ຄຳ ໄດ້​ກ່າວ​ຕື່ມ​ວ່າ: ສອງພາກສ່ວນຈະໄດ້ສືບຕໍ່ ໃນການປຶກສາຫາລື ແລະ ລົງເລິກທາງດ້ານກົນໄກການເຮັດວຽກໃນຕໍ່ໜ້າໃຫ້ສອດຄ່ອງກວ່າເກົ່າ, ເພື່ອປະກອບສ່ວນການຊຸກຍູ້ຫົວໜ່ອຍທຸລະກິດໃຫ້ດີຂຶ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາຕື່ມອີກ.

ບກ: ພ. ບຸບຜາ

ຂ່າວ+ພາບ: ລີ