ກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 4 ສະໄໝທີ XI

      ກອງປະຊຸມສາ​ມັນຄົບຄະນະກໍາມະການ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 4 ສະໄໝທີ XI ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະ ການກົມການເມືອງສູນກາງພັກ,ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານແຂກຖືກເຊີນ, ບັນ ດາທ່ານຄະນະກຳມະການ ສນຊ ອ້ອມຂ້າງສູນກາງ, ບັນດາແຂວງທົ່ວປະເທດ ເຂົ້າຮ່ວມທັງ​ໝົດ ​196 ທ່ານ, ພະ​ສົງ 8 ອົງ, ທີ່ຫ້ອງປະຊຸມ ICTC ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025;
      ທ່ານປະທານສູນກາງແນວລາວສ້າງຊາດ ໄດ້​ເປັນ​ກຽດກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍມີ ເນື້ອໃນບາງຕອນວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນລົງເລິກຫຼາຍບັນຫາສຳຄັນ ຄື: 1) ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ, ໂດຍສະເພາະແມ່ນ ມະຕິກອງປະຊຸມສາມັນຄົບຄະນະ ສນຊ ຄັ້ງທິີ 3 ໃນໜຶ່ງປີຜ່ານມາ ເຊີ່ງພວກເຮົາຍາດໄດ້ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນ ໄດ້ ແລະ ຈະພ້ອມກັນຄົ້ນຄວ້າກໍານົດແຜນວຽກຈຸດສຸມ ໃນປີ 2025, 2) ຮັບຟັງການລາຍງານ ແລະ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາອົງການແນວລາວສ້າງຊາດ ປະຈຳປີ 2024 ແລະ ແຜນການ ປີ 2025 ດ້ວຍຄາດໝາຍ ແລະ ວິທີການແນວໃດ ຈຶ່ງຈະບັນລຸຜົນ, 3) ກອງປະຊຸມຈະໄດ້ເອກະພາບກັນໃນທິດທາງສໍາຄັນ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ, 4) ຈະຮັບຟັງການລາຍງານ ແລະ ມີຄຳເຫັນກ່ຽວກັບຄວາມຄືບໜ້າ ໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ຕິດພັນກັບຂະບວນການສະ ເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ-ຂອງຊາດ ປີ 2025, 5) ປະເມີນຜົນ ແລະ ວາງໜ້າທີ່ສຳ ຄັນໃນການປະກອບສ່ວນຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນຂົງເຂດແນວລາວສ້າງຊາດ, 6) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI, ແຜນພັດທະນາປະ​ຈຳປີ 2025 ຂອງລັດຖະບານ ໂດຍຕິດພັນກັບການຈັດຕັ້ງປະຕິ ບັດ ມະຕິ 12 ຂອງຄະນະປະຈຳ ສນຊ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນຂົງເຂດແນວລາວສ້າງຊາດ, 7) ຮັບຟັງການປະກອບຄຳເຫັນ ຕາມການສະເໜີຂຶ້ນທະບຽນຈາກບັນດາທ່ານປະທານແນວລາວສ້າງຊາດບາງແຂວງ,​ກຳມະການ ສນຊ ຫົວໜ້າຄະນະທີ່ປຶກສາຂອງ ສນຊ ຈຳ ນວນໜຶ່ງ ເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງ ເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນຕົວແບບຂະບວນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, 8) ຈະໄດ້ພິຈາລະນາຮັບຮອງເອົາການຄັດເລືອກ, ແຕ່ງຕັ້ງກໍາມະການ ສນຊ ປ່ຽນແທນຈຳນວນໜຶ່ງ; ພ້ອມນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ແທນ ທີ່ເຂົ້າ ຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ, ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ຮັບປະກັນ ເຮັດໃຫ້ກອງປະຊຸມເທື່ອນີ້ ສໍາເລັດຜົນຢ່າງຈົບງາມ;
     ກອງປະຊຸມຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ XI ຈະໄດ້ ດຳເນີນ ເປັນເວລາ 2 ວັນ ລະຫວ່າງ ວັນທີ 15-16 ມັງກອນ 2025 ຈຶ່ງຈະສຳເລັດ.
ກົມ​ໂຄ​ສະ​ນາ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ