ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ລາຍງານຜົນງານໃນໄລຍະ 1ປີຜ່ານມາ

ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ລາຍງານໃຫ້ຮູ້ຢູ່ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ  ຄັ້ງທີ 4 ສະໄໝທີ XI ທີ່ໄຂຂຶ້ນໃນວັນທີ 15-16/1/2025 ນີ້ວ່າ: ໄລຍະ 1ປີຜ່ານມານີ້ ກຳມະການສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນ ຍາດໄດ້ຜົນງານທີ່ຜົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີ XI ແລະ ມະຕິກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ  ຄັ້ງທີ 3 ສະໄໝທີ XIໄປສູ່ລ່ວງເລິກໄດ້ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າເຂົ້າຮ່ວມທຸກຂະບວນການຂອງພັກ ຂອງຊາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ພ້ອມກັນນີ້. ທ່ານ ຍັງໃຫ້ຮູ້ຕື່ມວ່າ: ສຳລັບທິດທາງວຽກງານຈຸດສຸມໃນຕໍ່ໜ້າຮຽກຮ້ອງໃຫ້ກຳມະການແນວລາວສ້າງຊາດແຕ່ລະຂັ້ນສືບຕໍ່ ເພີ່ມທະວີໃນການເຕົ້າໂຮມຄວາມສາມັກຄີໃນທົ່ວປວງຊົນ, ສືບຕໍ່ຊຸກຍູ້ປະຊາຊົນລາວບັນດາເຜົ່າທຳການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າມີການຫັນປ່ຽນໃໝ່ ແລະ ດີຂື້ນເລືື້ອຍໆ.

                                                                                         ກົມໂຄສະນາ ສູນກາງແນວລາວສ້າງຊາດ