ສນຊ ອວຍພອນ ທູດຫວຽດນາມ ປະຈຳລາວ.

   

ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ ສສ ຫວຽດນາມ ທີ່ບັນຈົບຮົບຮອບອິກເທື່ອໜຶ່ງ  ໃນວັນທີ 22 ມັງກອນ 2025 ນີ້ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າ ອວຍພອນ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ທ່ານ ຮອງປະທານ ສນຊ ໄດ້ກ່າວວ່າ: ເນື່ອງໃນໂອກາດບຸນປີໃໝ່ ປະຈໍາຊາດ ແຫ່ງ ສສ ຫວຽດນາມ ປີ 2025 ນີ້, ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ສນຊ ຂໍອວຍພອນໄຊອັນປະເສີດ ໃຫ້ແກ່ທ່ານທູດຫວຽດນາມປະຈຳລາວ ພ້ອມດ້ວຍພະນັກງານສະຖານທູດຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຜາສຸຸກ ແລະ ມີຜົນສຳເລັດໃນໜ້າທີ່ການງານທຸກປະການ ພ້ອມກັນນີ້, ທ່ານທູດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຮອງປະທານ ສນຊ ພ້ອມຄະນະ ທີ່ໄດ້ມາອອຍພອນສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານທູດຍັງໄດ້ຍົກໃຫ້ເຫັນເຖິິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ – ລາວອ້າຍນ້ອງ ຊຶ່ງຍາມໃດ ສອງປະເທດ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະການພົວພັນຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດ ຫວຽດນາມ. ໃນໄລຍະຜ່ານມາ ສອງຝ່າຍ ໄດ້ມີການແລກປ່ຽນຄະນະຜູ້ແທນຢ້ຽມຢາມ ຊຶ່ງກັນ ແລະ ກັນເປັນປະຈໍາ ແລະ ຮ່ວມມືກັນຢ່າງສະໜິດແໝ້ນ, ໃນຕໍ່ໜ້າໃຫ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັນນັບມື້ເຕີບໃຫຍ່ຂະຫຍາຍຕົວ, ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືໃຫ້ແຕກດອກອອກຜົນ, ງົດງາມ ນັບມື້ກ້າວເຂົ້າສູ່ລວງເລິກທີ່ໜັກແໜ້ນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ບກ: ສຊ ຈື້ໄຊ

ຂ່າວ+ພາບ: ລີ