

ກອງປະຊຸມ ກໍາມະບານຮາກຖານ 3 ຂອງສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດຂຶ້ນ ໃນວັນທີ 23 ມັງກອນ 2025 ນີ້, ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຮ່ວມຂອງສະຫາຍ ບຸນທະວີ ພອນທະສິນ ປະທານ ກໍາມະບານ ຮາກຖານ 3 ຂອງ ສນຊ, ສະຫາຍ ວັນດີ ຈັນສົມບັດ ກຳມະການພັກ ເລຂາຄະນະບໍລິຫານງານຊາວໝຸ່ມ ສນຊ, ສະຫາຍ ສົມສັກ ພົມປັນຍາ ຮອງປະທານສະຫະພັນກໍາມະບານ ສນຊ ພ້ອມດ້ວຍສະມາຊິກກໍາມະບານ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ບຸນທະວີ ພອນທະສິນ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໄດ້ຍົກໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານກໍາມະບານ ຕິດພັນກັບວຽກງານວິຊາສະເພາະ ແລະ ການເຄື່ອນໄຫວວຽກງານອື່ນໆຕະຫຼອດໄລຍະ 5 ປີ ຜ່ານມາ ຊຶ່ງຍາມໃດຄະນະກຳມະບານຮາກຖານ 3 ກໍໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານພາຍໃນຮາກຖານຂອງຕົນຢ່າງເປັນປົກກະຕິ, ຕິດພັນກັບວຽກງານປັບປຸງ ແລະ ຂະຫຍາຍສະມາຊິກ, ເປັນເຈົ້າການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງພະນັກງານສະມາຊິກກຳມະບານ ແລະ ຜູ້ອອກແຮງງານຢ່າງເປັນທໍາ, ຊຶ່ງພາຍໃນຮາກຖານ 3 ມີສະມາຊິກທັງໝົດ 38 ສະຫາຍ, ຍິງ 18 ສະຫາຍ, ກອງປະຊຸມຄັ້ງນີ້, ໄດ້ຮັບຮອງບົດສະຫຼຸບການເຄື່ອນໄຫວຽກງານກໍາມະບານຮາກຖານ 3 ປີ 2020-2025 ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່ຕື່ມອິກ.
ບກ: ໄພຈິດ
ຂ່າວ+ພາບ: ລີ


