ກອງປະຊຸມ​ວຽກງານໂຄສະນາອົບຮົມ ທົ່ວປະເທດ​ ປະຈໍາປີ​ 2024​ ​

 

ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ  ປະກອບ ຄໍາເຫັນຕໍ່ກອງປະຊຸມກອງ​ວຽກງານໂຄສະນາອົບຮົມ ທົ່ວປະເທດ​ ປະຈໍາປີ​ 2024 ​ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:  ສໍາລັບຄະນະພັກ ສູນກາງແນວລາວສ້າງຊາດ ກໍ່ຄືຄະນະນໍາຂອງແນວລາວສາ້ງຊາດທຸກຂັ້ນໃນຂອບເຂດທົ່ວປະເທດ ເວລາໃດ ກໍ່ໃຫ້ຄວາມສໍາຄັນ ແລະ ຖືເປັນບັນຫາກົກເຊັ່ນກັນ ຕໍ່ວຽກງານໂຄສະນາອົບຮົມ ເພາະວ່າພາລະບົດບາດຫລັກຂອງແນວລາວສ້າງຊາດ ແມ່ນການເຕົ້າໂຮມຄວາມສາມັກຄີ, ການສຶກສາອົບຮົມການເມືອງ-ແນວຄິດ, ການປຸກລະດົມຂົນ ຂວາຍປະຊາຊົນລາວບັນດາ ເຜົ່າ ສາສະໜາ ຊັ້ນຄົນ ເພດ-ໄວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະໃນໄລຍະທີ່ໂລກ ແລະ ພາຍໃນປະເທດເຮົາພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານຝືດເຄືອງນັ້ນ, ສະນັ້ນ ວຽກງານດັ່ງກ່າວ ຈິ່ງຖືເປັນວຽກງານປະຈັນບານ ເຮັດຢ່າງຕໍ່ເນື່ອງ ແລະ ປົກກະຕິ ທັງລວງກວ້າງ ແລະ ລວງເລິກ. ພ້ອມກັນນັ້ນ, ທ່ານຮອງປະທານ ສນຊ ຍັງໄດ້ໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມ ຂົງເຂດແນວລາວສ້າງຊາດ ໃນໄລຍະ 1 ປີ ຜ່ານມາກໍ່ຄືວຽກງານໂຄສະນາ:

  • ໄດ້ຊຸກຍູ້ຂະບວນການແຂ່ງຂັນ“ຮັກຊາດ ແລະ ພັດທະນາ”; ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ຈັດຕັ້ງວາລະແຫ່ງ

ຊາດ ແກ້ໄຂຄວາມທຸກຍາກ, ຕິດພັນກັບການສະເຫຼີມສະຫຼອງ 03 ວັນປະຫວັດສາດ, ກະກຽມດໍາເນີນກອງປະຊຸມ 03 ຂັ້ນຂອງພັກ ; ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ; ວັນສ້າງຕັ້ງສະຫະພັນແມ່ຍິງ ຄົບຮອບ 70​ປີ ແລະ ວັນຄົບຮອບສ້າງຕັ້ງກະຊວງ-ອົງການ, ແຂວງຂອງທ້ອງຖິ່ນຈໍານວນໜຶ່ງ. ເພື່ອໃຫ້ປະຕິບັດ ແຜນພັດທະນາຂອງຕົນ ເນື້ອໃນຄໍາຂວັນ 03 ດີ, 04 ບຸກ, 5 ເປັນເຈົ້າ, 9 ຂໍ້ແຂ່ງຂັນຂອງ ສູນກາງແນວລາວສ້າງຊາດ ສົ່ງເສີມ 04 ​ເສີມສ້າງ, ສ້ງຄຸນງາມຄວາມດີ ໄດ້ເປັນຂະບວນການຝົດຟື້ນ ແລະ ບັນລຸຕາມແຜນທີ່ວາງໄວ້ ດ້ວຍຜົນສໍາເລັດທັງປະລິມານ ແລະ ຄຸນນະພາບ

  • ໄດ້ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຈ້ງການ ຂອງຄະນະໂຄສະນາອົບຮົມ, ມະຕິແຈ້ງການ ແລະ ເອກະສານ

ອື່ນໆ ແລະ ປະສານກັບການຈັດປະຖະກາຖາ, ຊົມຟີມເອກະສານ, ຖາມຕອບ, ຊຸກຍູ້ສົ່ງເສີມ ການຢ້ຽມຊົມທັດສະນາສຶກສາຫໍມູນເຊື້ອຕ່າງໆ ໂດຍຈັດເປັນເຊິ່ງໜ້າ ແລະ ທາງໄກ ເຊີນການນໍາ,  ຜູ້ອາວຸດໂສມາປາຖະກະຖາ ແລະ ຮູບແບບອື່ນໆ ພົ້ນເດັ່ນແມ່ນຂະບວນສະເຫຼີມສະ ຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ເປັນຂະບວນການຂອງມະຫາຊົນ ທົ່ວສັງຄົມ ຢ່າງແທ້ຈິງ, ໂດຍການນໍາ ພັກ-ລັດ ທຸກຂັ້ນໄດ້ໃຫ້ຄວາມສໍາຄັນເຂົ້າຮ່ວມ ກັບຂະບວນການດັ່ງກ່າວ; ສ້າງຄວາມເຊື່ອໝັ້ນ ແລະ ສ້າງເປັນກ້ອນກໍາລັງມະຫາສາມັກຄີ.

  • ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບກໍາມະການແນວລາວສ້າງຊາດທົ່ວປະເທດ-ຕ່າງປະເທດ ເພື່ອສົມທົບກັບ

ອົງການພາຄີປຸກລະດົມຂົນຂວາຍ ໃຫ້ເຂົ້າຮ່ວມຂະບວນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ພົ້ນເດັ່ນແມ່ນ: ຂະບວນການເສຍພາສີອາກອນ (ຮ່ວມກັບກະຊວງການເງິນ), ອອກໃບຕາດິນ (ຮ່ວມກັບກະຊວງຊັບພະຍາ ກອນ), ສົ່ງເສີມ ແລະ ຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງຊາດຂອງເຜົ່າ (ຮ່ວມກັບ ອພສ).

  • ປຸກລະດົມຊ່ວຍໄພພິບັດຕ່າງໆ ຮ່ວມກັບອົງການສາສະໜາ, ຄະນະທີ່ປຶກສາ,​ນັກທຸລະກິດ ແລະ ທົ່ວສັງຄົມ

ເຂົ້າຮ່ວມທັນເວລາເປັນຕົ້ນ: ນໍ້າຖ້ວມໜັກຢູ່ແຂວງ ຫຼວງນໍ້າທາ, ຫົວພັນ, ນະ ຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ໄດ້ທັນເວລາ;​ສາມາດລະດົມໄດ້ທັງວັດຖຸ-ທຶນຮອນຫຼາຍຕື້ກີບ (ລວມທັງຜ້າປ່າສາມັກຄີ ເຊື້ອຊາດລາວ)

  • ສໍາເລັດຈັດຕັ້ງກອງປະຊຸມ ຄັ້ງປະຖົມມະເລີກ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ພາຍໃຕ້ຫົວຂໍ້ “ຮັກບ້ານ

ເກີດ” ແລະ ກິດຈະກໍາອື່ນໆປິ່ນອ້ອມ ເປັນຕົ້ນໄດ້ເຂົ້າຮ່ວມກີດຈະກໍາບຸນທາດຫຼວງ, ຢ້ຽມຢາມສະຖານທີ່ສໍາຄັນ ປະຫວັດສາດ ແລະ ສ້າງໃໝ່ເປັນຕົ້ນ: ສວນພຶກສາ (50 ເຜົ່າ), ປະຕູໄຊແລະ ຊົມເມືອງ ຢູ່ຊັ້ນ 34 ໂຮງແຮມລາດຊະວົງ… ຂີ່ລົດໄຟໄປວັງວຽງ ແລະ ອື່ນໆ… ສ້າງຄວາມປະທັບໃຈ ແລະ ສາມາດດຶງດູດຈິດໃຈໃຫ້ກັບຄືນມາສ້າງສາພັດທະນາບ້ານເກີດຕົນເອງ ແລະ ເຊື່ອໝັ້ນການຊີ້ນຊາ-ນໍາພາຂອງພັກ-ລັດເຮົາຫຼາຍຂຶ້ນຕື່ມ.

  • ໄດ້ຮ່ວມກັບຄະນະທີ່ປຶກສາ, ຄູ່ຮ່ວມງານ ເກັບກໍາຫາງສຽງ ເພື່ອສັງລວມ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ

ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງລົງໄປຊີ່ແຈ້ງ ແລະ ແກ້ໄຂບັນຫາຕ່າງໆ ໃຫ້ທັນເວລາ ແລະ ສ້າງຄວາມຍຸຕິທໍາໃນສັງຄົມ.

  • ໄດ້ເປັນເຈົ້າການຊ່ວຍທາງດ້ານເນື້ອໃນຂ່າວສານ, ໂຄສະນາ ທັງວັດຖຸ ແລະ ວິຊາການ ຊ່ວຍ

ຢ່າງຕັ້ງໜ້າ… ປັດຈຸບັນ ສູນກາງແນວ ຈະຕ່າງກັບອົງການອື່ນຄື: ມີຮອງປະທານບໍ່ປະຈໍາການ, ສາສະໜາ, ຊັ້ນຄົນ, ເຜົ່າຕ່າງໆ ລວມທັງຜູ້ທີ່ເປັນພະນັກງານ-ລັດຖະກອນ …… , ຕົວແທນອົງການຕ່າງໆມາເປັນກໍາມະການແນວລາວສ້າງຊາດ.

  • ເປັນເຈົ້າການສຸມໃສ່ສ້າງນິຕິກໍາຕ່າງໆ ເພື່ອເປັນຄູ່ມືການໂຄສະນາອົບຮົມເປັນຕົ້ນ.

ນອກຈາກນັ້ນ ຍັງໄດ້ຮັບຟັງກ່ຽວກັບ ບັນດາປັດໄຈ ທີ່ສົ່ງຜົນໂດຍກົງຕໍ່ການຈັດຕັ້ງ ປະຕິບັັດວຽກງານໂຄສະນາອົບຮົມ ແລະ ສິ່ງທີ່ຄວນເອົາໃຈໃສ່ ໃນການປະຕິບັດວຽກງານໂຄສະນາອົບຮົມໃນຕໍ່ໜ້າ ຕື່ມອີກ.

ບກ: ອິນທະຫວາ

ຂ່າວ+ພາບ: ດວງມະນີ