ກອງປະຊຸມສະຫຼຸບວຽກງານຂອງຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈໍາປີ 2024

 

ຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ຂອງສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານຂອງຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈໍາປີ 2024 ແລະ ວາງທິດທາງແຜນວຽກຈຸດສຸມປີ 2025 ໂດຍການເປັນປະທານຂອງທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານ ສນຊ, ທ່ານ ຫຽມ ພົມມະຈັນ, ຮອງປະທານ ສນຊ ບໍ່ປະຈໍາການ, ມີບັນດາທ່ານຄະນະທີ່ປຶກສາວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ສນຊ, ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ, ຈັດຂຶ້ນທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ໃນວັນທີ 3 ກຸມພາ 2025 ນີ້,

ກອງປະຊຸມຄັ້ງນີ້: ໄດ້ຮັບຟັງບົດສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໃນ 1ປີ ທີ່ຜ່ານມາ (ປີ 2024) ເປັນຕົ້ນແມ່ນຄະນະທີ່ປຶກສາວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາປະເທດຊາດ ທາງດ້ານທືນຮອນເຂົ້າໃນການສ້າງໂຮງຮຽນ ແລະ ເຄື່ອງໃຊ້ໃຫ້ແກ່ເຂດຫ່າງໄກສອກຫຼິກຄື: ໄດ້ມອບ ໂຮງຮຽນປະຖົມ ໃຫ້ບ້ານນໍ້າຈ້າວເໜືອ, ເມືອງໝອກ ແຂວງຊຽງຂວາງ, ໂຮງຮຽນມັດທະຍົມ ເມືອງຈອມທອງ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ, ໄດ້ປະກອບທືນ 55 ລ້ານເພື່ອສ້າງໂຮງຮຽນນາສະຫວ່າງ, ເມືອງນາໝໍ້, ແຂວງອຸດົມໄຊ, ໄດ້ມອບເງີນ 65 ລ້ານກີບ ໃຫ້ເມືອງຊຽງຮອນ ເພື່ອສ້າງຂັ້ນໄດຂຶ້ນສູ່ພະເຈົ້າໃຫຍ່ ພຸດທະປາລະມີສະຣີ ທີ່ແຂວງໄຊຍະບູລີ, ມອບຜ້າຫົ່ມໃຫ້ໂຮງຮຽນມັດທະຍົມສົມບູນປາກເປັດ, ມົກສະຕຸ ແລະ ໂຮງຮຽນມັດທະຍົມສົມບູນຊຽງຮອນ ແຂວງໄຊຍະບູລີ ຈໍານວນ 17 ລ້ານກີບ  ໃນນີ້, ອັນເປັນຜົນງານ ແລະ ເປັນຂິດໝາຍປະຫວັດສາດແມ່ນຄະນະກໍາມະການສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ເປັນຄັນທຸງປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີພີ່ນ້ອງເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ໄດ້ມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ຄັ້ງປະຖົມມະເລິກ ທີ່ນະຄອນຫຼວງວຽງຈັນ ພ້ອມກັນນີ້, ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົົງຂອງຄະນະປະຈຳ ສນຊ ວ່າດ້ວຍ ການແຕ່ງຕັ້ງ ຮອງຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ຂອງ ສນຊ ພ້ອມທັງໄດ້ປຶກສາຫາລື ແຜນວຽກຈຸດສຸມໃນປີ 2025 ໂດຍສະເພາະແມ່ນຈະສືບຕໍ່ຜັນຂະຫຍາຍ ນິຕິກໍາ ແລະ ຄໍາແນະນໍາ ທີ່ກ່ຽວຂ້ອງກັບພີ່ນ້ອງຊາດລາວຢູ່ຕ່າງປະເທດ ມາດໍາເນີນທຸລະກິດຢູ່ ສປປ ລາວ ແລະ ມາດໍາລົງຊີວິດຢູ່ ສປປ ລາວແບບຖາວອນ; ຕາມມາດຖານ ແລະ ເງື່ອນໄຂຕົວຈິງຂອງບຸກຄົນ, ເຊິ່ງ ພັກ-ລັດຖະບານ ໄດ້ສ້າງນິຕິກໍາດັ່ງກ່າວສໍາເລັດແລ້ວ ເພື່ອສືບຕໍ່ຜັນຂະຫຍາຍໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ເຂົ້າໃຈພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນຕໍ່ໜ້າເພື່ອອໍານວຍຄວາມສະດວກໃຫ້ແກ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ.

ບກ: ສຊ. ຈື້ໄຊ

ຂ່າວ+ພາບ: ລີ