ທັດສະນະສຶກສາ ຢູ່ສາລາກະວີບ້ານນາ “ງົວ ແລະ ກວຽນ”

ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950 13 ສິງຫາ 2025) ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ, ຂອງຊາດ  ແລະ ຕ້ອນຮັບການດຳເນີນກອງປະຊຸມໃຫຍ່ໜ່ວຍພັກກົມໂຄສະນາ ຄັ້ງທີ VIII; ໃນວັນທີ 7 ກົມພາ  2025 ນີ້ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ນຳພາກົມໂຄສະນາ ສູນກາງແນວລາວສ້າງຊາດ ໄປທັດສະນະສຶກສາ ຢູ່ທີ່ ສາລາກະວີບ້ານນາ “ງົວ ແລະ ກວຽນ” ທີ່ບ້ານໝາກໜາວໃຕ້ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ທອງໃບ ໂພທິສານ ກຳມະການສູນກາງແນວລາວສ້າງຊາດ ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ສູນກາງແນວລາວສ້າງຊາດ ປະທານສະມາຄົມນັກປະພັນລາວ ແລະ ເປັນເຈົ້າຂອງສາລາກະວີບ້ານນາງົວ ແລະ ກວຽນ.

ຄະນະໄດ້ເຂົ້າຢ້ຽມຊົມການວາງສະແດງຜົນງານດ້ວຍຮູບພາບ ແລະ ປຶ້ມປະເພດຕ່າງໆ ເຊິ່ງ ທ່ານ ທອງໃບ ໂພທິສານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງສູນກາງແນວລາວສ້າງຊາດ ວ່າ: ສາລາກະວີບ້ານນາ “ງົວ ແລະ ກວຽນ” ແມ່ນໄດ້ໃສ່ຕາມບົດປະພັນວັນນະຄະດີ ບົດກະວີທີ່ທ່ານໄດ້ຮັບລາງວັນວັນນະກຳສ້າງສັນດີເດັ່ນ “ງົວ ແລະ ກວຽນ” ຫຼືວ່າ ຊີໄຣ(SEA.Write) ເຊິ່ງບົດກະວີດັ່ງກ່າວໄດ້ສ່ອງແສງເຖີງວິຖີການດຳລົງຊີວິດແບບຊົນນະບົດ, ແບບຊາວໄຮ່-ນາ, ການປູກ-ການລ້ຽງ ແລະ ການຕໍ່າຫູດ-ທໍໄໝ ໃນເມື່ອກ່ອນ; ທ່ານ ໄດ້ກ່າວອີກວ່າ: ການສ້າງສາລາກະວີບ້ານນາ “ງົວ ແລະ ກວຽນ” ແມ່ນເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນ 4 ເສີມສ້າງຂອງວຽກງານແນວລາວສ້າງຊາດ ດັ່ງນັ້ນປີ 2021 ຈິ່ງໄດ້ເລິ່ມສ້າງສາລາກະວີບ້ານນາ ງົວ ແລະ ກວຽນ ຮອດເດືອນພະຈິກ ປີ 2024 ຈິ່ງສຳເລັດ ແລະ ເປີດໃຊ້ເປັນທາງການ ເຊິ່ງໃນສາລາດັ່ງກ່າວໄດ້ເກັບກຳ ທ້ອນໂຮມເອົາບັນດາຜົນງານບົດຂຽນ-ບົດປະພັນປະເພດຕ່າງ, ຮູບພາບ ແລະ ປະຫວັດການເຄື່ອນໄຫວ ຂອງນັກປະພັນ-ນັກກະວີ ທີ່ມີຊື່ສຽງຂອງ ສປປ ລາວ ແລະ ພາກພື້ນອາຊຽນທັງຫຼາຍມາລວມກັນຢູ່ສາລາແຫ່ງນີ້ ໄວ້ເປັນທິລະນຶກ, ນອກຈາກນັ້ນຍັງມີການວາງສະແດງວັດຖຸພັນທີ່ຕິດພັນກັບວິຖີການດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າໃນເມື່ອກ່ອນ ເຊິ່ງໃນປັດຈຸບັນຫາເບິ່ງໄດ້ຍາກ ເນື່ອງຈາກວິຖີຊີວິດໃນປັດຈຸບັນ ຂອງປະເທດເຮົາໄດ້ມີການພັດທະນາ ແລະ ໄດ້ປ່ຽນໄປຕາມການເວລາ; ເປັນບ່ອນສຶກສາຮ່ຳຮຽນຂອງນັກຂີດ-ຂຽນ, ນັກສຶກສາ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈຢາກມາສຶກສາຄົ້ນຄວ້າ; ເປັນບ່ອນເຕົ້າໂຮມບັນດາທ່ານນັກປະພັນ-ນັກກະວີມາພົບປະສ້າງສັນ ແລກປ່ຽນບົດຮຽນປະສົບການ ເຊິ່ງກັນ ແລະ ກັນ. ທ່ານ ຍັງໃຫ້ຮູ້ຕື່ມວ່າສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ເປີດເປັນປົກກະຕິ, ໂຄສະນາໃຫ້ສັງຄົມຮັບຮູ້ກວ້າງຂວາງກວ່າເກົ່າ, ສຶບຕໍ່ຈັດຝຶກອົບຮົມຍົກລະດັບການຂີດຂຽນບົດປະເພດຕ່າງໆ ພ້ອມທັງມີການແຂ່ງຂັນຂຽນ ໃຫ້ຊາວໜຸ່ມເຍົາວະຊົນ ແລະສືບຕໍ່ປັບປຸງຫ້ອງວາງສະແດງປຶ້ມປະເພດຕ່າງໆ ໃຫ້ມີຄວາມທັນສະໄໝ, ເປັນລະບຽບ ແລະ ງົດງາມກວ່າເກົ່າ ແລະ ໃນປີ 2025 ນີ້ເປັນປີສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃນນາມເປັນກຳມະການສູນກາງແນວລາວສ້າງຊາດ ແລະ ປະທານສະມາຄົມນັກປະພັນລາວ ຈະສຶບຕໍ່ປະກອບສ່ວນສ້າງຂະບວນການ ເປັນຕົ້ນແມ່ນ ສ້າງຂະບວນການແຂ່ງຂັນຂຽນບົດ ຂຽນກະວີປະເພດຕ່າງໆ ຕາມທີ່ຕົນເອງໄດ້ຮັບການມອບໝາຍ ໃຫ້ມີຂະບວນການຟົດຟື້ນ.

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທ່ານ ທອງໃບ ໂພທິສານ ທີ່ໄດ້ສ້າງຕັ້ງສາລາດັ່ງກ່າວນີ້ຂຶ້ນ ເຊິ່ງເປັນການເສີມຂະຫຍາຍ 4 ເສີມສ້າງຂອງກຳມະການສູນກາງແນວລາວສ້າງຊາດ ໂດຍສະເພາະແມ່ນເສີມສ້າງຄຸນງາມຄວາມດີ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອ, ເສີມຂະຫຍາຍຜົນງານທີ່ດີເດັ່ນນີ້ໃຫ້ລູກຫຼານຮຸ່ນຕໍ່ໆໄປ ໃຫ້ມີຜົນງານດີເດັ່ນຂຶ້ນເລື້ອຍໆຢ່າງບໍ່ຢຸດຢັ້ງ.

ຂ່າວ: ເຢ

ພາບ: ໄຊວ່າງ

ບກ: ພ.ບຸບຜາ+ສຊ ຈື້ໄຊ