ໃນວັນທີ 14 ກຸມພາ 2025 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນເປັນກຽດເຂົ້າຮ່ວມຂອງທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານ ສນຊ, ມີ ທ່ານ
ສະເໜີ ຈຸນລະມະນີ, ກໍາມະການ ສນຊ ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້ ທີ່ ທ່ານ ນາງ Kasturi navalka ຜູ້ຕາງໜ້າບໍລິສັດ vnv ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອເປັນການຜັນຂະຫຍາຍ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ມະຕິ ເລກທີ 12 /ຄປຈ.ສນຊ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ຂອງ ສູນກາງແນວລາວສ້າງຊາດ ຈຶ່ງໄດ້ມີການຂົນຂວາຍການມີສ່ວນຮ່ວມຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນໄດ້
ເຊັນສັນຍາຮ່ວມມືກັບ ບໍລິສັດ value network ventures advisory services pte. Ltd. (vnv) ປີ 2022 ເພື່ອດໍາເນີນໂຄງການສິນເຊື່ອກາກບອນສໍາລັບພາກປະຊາຊົນ ຫຼື ເອີ້ນວ່າໂຄງການເຮັດນາແບບປຽກສະຫຼັບ
ແຫ້ງ ທີ່ມີການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວຢູ່ຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ຄະນະນີ້ກໍໄດ້ລົງເກັບກໍາຂໍ້ມູນເບື້ອງຕົ້ນຢູ່ 3 ແຂວງ ຄື: ແຂວງ ຄໍາມ່ວນ; ສະຫວັນນະເຂດ ແລະ ແຂວງ ວຽງຈັນ. ກອງປະຊຸມຄັ້ງນີ້ ຈະເປັນການປຶກສາຫລືວຽກງານທີ່ພວກເຮົາໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ສືບຕໍ່ວາງແຜນວຽກງານໂຄງການໃນຕໍ່ໜ້າເພື່ອເຮັດໃຫ້ໂຄງການ ສາມາດບັນລຸຕາມຈຸດປະສົງທີ່ໄດ້ວາງໄວ້.
ບກ: ກົງແກ້ວ
ຂ່າວພາບ: ລີ


