ຮອງປະທານ ສນຊ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ 3 ແຂວງພາກໃຕ້

ໃນລະຫວ່າງວັນທີ 11-13 ກຸມພາ 2025 ຜ່ານມານີ້, ທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈໍາພັກ, ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ), ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງຄື: ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງ ອັດຕະປື. ມີປະທານ, ຮອງປະທານ, ຄະນະກໍາມະການແນວລາວສ້າງຊາດ, ຫົວໜ້າ, ຮອງຫົວໜ້າຂະແໜງຂອງແນວລາວສ້າງຊາດ ຂອງແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ 3 ແຂວງດັ່ງກ່າວໄດ້ພົບປະປະທານ ແນວລາວສ້າງຊາດເມືອງ ສາລະວັນ ແຂວງ ສາລະວັນ, ຮອງປະທານແນວລາວສ້າງຊາດເມືອງ ໄຊເສດຖາ ແຂວງ ອັດຕະປື, ຈາກນັ້ນ, ທ່ານ ຮອງປະທານ ສນຊ ໄດ້ໄປຢ້ຽມຢາມພົບປະໂອ້ລົມຄະນະກໍາມະການແນວບ້ານ, ອົງການປົກຄອງບ້ານໆຄຽງໂຄ້ງ ເມືອງສາລະວັນ ແຂວງສາລະວັນ, ບ້ານກະໂດນ ເມືອງລະມາມ ແຂວງເຊກອງ, ບ້ານພອກ ເມືອງໄຊເສດຖາ ແຂວງອັດຕະປື. ເຊິ່ງແຕ່ລະຈຸດໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານແນວລາວສ້າງຊາດ ໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນປີຕໍ່ໜ້າ, ຮັບຟັງການປະຕິບັດຄໍາແນະນໍາ ເລກທີ 009/ຄປຈ, ກ່ຽວກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃນຂົງເຂດແນວລາວສ້າງຊາດ, ມະຕິ 55/ຄປຈ, ກ່ຽວກັບວຽກງານການສ້າງລາຍຮັບເພີ່ມ ຂອງແນວລາວສ້າງຊາດ ໃນໄລຍະໃໝ່, ການຕິດຕາມ ແລະ ໃຫ້ຄໍາປຶກສາຂອງແນວລາວສ້າງຊາດ ຕໍ່ສະພາແຫ່ງຊາດ,​ ສະພາປະຊາຊົນແຂວງ ແລະ ສະມາຊິກສະພາດັ່ງກ່າວ.

ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງແນວລາວສ້າງຊາດຂອງ 3 ແຂວງທີ່ຍາດມາໄດ້. ພ້ອມກັນນັ້ນ, ທ່ານ ຮອງປະທານ ສນຊ ໄດ້ຊຸກຍູ້ໃຫ້ແນວລາວສ້າງຊາດແຕ່ລະຂັ້ນຂອງສາມແຂວງ ຈົ່ງພ້ອມກັນສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເປັນຕົ້ນແມ່ນ  ພ້ອມກັນເສີມຂະຫຍາຍການສ້າງຄວາມສາມັກຄີປອງດອງຂອງບັນດາເຜົ່າຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ, ການແກ້ໄຂບັນຫາຢາເສບຕິດໃຫ້ເກີດຜົນສໍາເລັດເປັນຮູບປະທໍາແຂວງໜຶ່ງໃຫ້ສ້າງໄດ້ບ້ານແບບຢ່າງການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ. ສືບຕໍ່ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍມະຕິ 55/ຄປຈ, ກ່ຽວກັບການສ້າງລາຍຮັບເພີ່ມເຕີມຂອງແນວລາວສ້າງຊາດ, ມະຕິ 12/ຄປຈ, ວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ແລະ ມະຕິ 05/ລບ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຂອງຂົງເຂດແນວລາວສ້າງຊາດເປັນເຈົ້າຕົນເອງໃນໄລຍະໃໝ່ຂອງຂົງເຂດແນວລາວສ້າງຊາດໃຫ້ເປັນຮູບປະທໍາ. ສືບຕໍ່ການຕິດຕາມ ແລະ ໃຫ້ຄໍາປຶກສາຕໍ່ການປະຕິບັດໜ້າທີ່ຂອງສານປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາ ຊົນແຂວງຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍແນວລາວສ້າງຊາດ ແລະ ກົດລະບຽບຂອງແນວລາວສ້າງຊາດໃຫ້ແຂງແຮງ ແລະ ເຂັ້ມແຂງກວ່າເກົ່າ.