ອະນຸກໍາມະການໂຄສະນາຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ໄດ້ຈັດພິທີການສະແດງສິລະປະ-ວັດທະນະທໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ທົດລອງ(ຄັ້ງທີ 1) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ, ມີພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ, ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນ ເຂົ້າຮ່ວມ ໃນວັນທີ 24 ກຸມພາ 2025 ທີ່ ຫໍວັດທະນະທໍາແຫ່ງຊາດ;

ໃນໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂື້ນກ່າວເປີດພິທີ ແລະລາຍງານໂດຍຫຍໍ້ກ່ຽວກັບການຝຶກຊ້ອມເຊິ່ງນັກສິລະປິນມາຈາກຫຼາຍພາກສ່ວນໄດ້ປະກອບເຂົ້າກັນ ປະມານ 300 ປາຍຄົນ, ເຊິ່ງໃນການຝຶກຊ້ອມໄດ້ພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແຕ່ຄະນະຮັບຜິດຊອບ ແລະ ນັກສິລະປິນກໍ່ມີຄວາມພ້ອມທີ່ຈະສະແດງຮັບໃຊ້ວັນບຸນທີ່ສໍາຄັນໃນປີ 2025. ການສະແດງໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທີ 1 ຊົມເສບວົງດົນຕີ ຊິມໂຟນີ້(ອໍແກດສະຕຣາ) ໃນຫົວຂໍ້: ຮັກບ້ານເກີດ ແລະ ພາກທີ 2 ຊົມການສະແດງປະສົມປະສານລະຫວ່າງດົນຕີ, ຟ້ອນ, ຮ້ອງເພງ, ລະຄອນ, ກາຍຍະສິນ ປະກອບພາບ ແສງ ສີ ໃນຫົວຂໍ້: ພາຍໃຕ້ຮົ່ມທຸງພັກ ແລະ ຜ່ານການທົດລອງສະແດງອອກມາແມ່ນມີເນື້ອໃນ ແລະ ງົດງາມປະທັບໃຈ.



