ໃນວັນທີ 7 ມີນາ 2025 ນີ້, ທີ່ຫໍທຳມະສະພາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ຈັດພິທີຖວາຍສັງຄະທານ ຂອງພຣະອາຈານໃຫຍ່ຈາກປະເທດສະຫະພາບມຽນມາ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ; ເປັນກຽດເຂົ້າຮ່ວມມີພຣະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ມີພຣະອາຈານໃຫຍ່ ໄຊຍະດໍ ປັນດາວັງສະ ຈາກປະເທດສະຫະພາບມຽນມາ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານກຳມາທິການຕ່າງປະເທດ ສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບລາວ-ມຽນມາ, ມີການຳພັກ-ລັດ ພ້ອມດ້ວຍພຣະສົງ-ສຳມະເນນ 200 ອົງ ແລະ ສາສະນິກະຊົນ ຂອງທັງສອງປະເທດເຂົ້າຮ່ວມ ຢ່າງຫຼວງຫຼາຍ.
ຂ່າວ+ພາບ: ຢຢ
ບກ: ສຊ ຈຶ້ໄຊ



