ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈຳພັກ, ຮອງປະທານ ສູນກາງແນວລາວສ້າງຊາດ, (ສນຊ) ພ້ອມດ້ວຍຄະນະລົງເຄື່ອນໄຫວເຮັດວຽກ ຕິດຕາມສະພາບຫາງສຽງສັງຄົມ ແລະ ການເຄື່ອນໄຫວປະຕິບັດຫນ້າທີ່ວຽກງານ ຂອງບັນດາການຈັດຕັ້ງສັງຄົມ; ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ, ໃນວັນທີ 7 ມີນາ 2025;

ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ພົບປະປຶກສາຫາລືກ່ຽວກັບຫາງສຽງສັງຄົມຢູ່ເມືອງວັງວຽງ ແຂວງວຽງຈັນ; ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ພອນແກ້ວ ຂຸນພົນ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ພ້ອມດ້ວຍບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສະມາຄົມ, ກຸ່ມບໍລິການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ; ພ້ອມນິ້, ໄດ້ໄປພົບປະ ແລະ ຢ້ຽມຢາມບໍ ລິສັດທ່ອງທ່ຽວວັດທະນະທຳລາວມະຫາຊົນ ເພື່ອເບິ່ງສະຖານທີ່ໆຈະສ້າງບັນດາກິດຈະການຕ່າງໆ.



