ສໍາເລັດກອງປະຊຸມທາບທາມບຸກຄະລາກອນຄະນະກໍາມະບານ ສນຊ

ກອງປະຊຸມທາບທາມບຸກຄະລາກອນຄະນະກໍາມະບານ ຂອງສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດຂຶ້ນ ໃນວັນທີ 11 ມີນາ 2025 ນີ້, ທີ່ສູນກາງແນວລາວສ້າງຊາດ, ໂດຍການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ, ຄະນະປະຈຳພັກ, ຮອງປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ໂດຍເປັນກຽດເຂົ້າຮ່ວມຂອງຄະນະປະຈຳພັກ, ຮອງປະທານແນວລາວສ້າງຊາດ, ພ້ອມດ້ວຍສະມາຊິກກໍາມະບານ ທັງໝົດເຂົ້າຮ່ວມຈຳນວນ 108 ທ່ານ, ຍິງ 52 ທ່ານ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ໄດ້ຍົກໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານກໍາມະບານ ຕິດພັນກັບວຽກງານວິຊາສະເພາະ ແລະ ການເຄື່ອນໄຫວວຽກງານອື່ນໆຕະຫຼອດໄລຍະ 5 ປີ ຜ່ານມາ 2020-2025 ແລະ ທິດທາງແຜນການໃນຕໍ່ໜ້າ, ຊຶ່ງຍາມໃດຄະນະກຳມະບານ ກໍໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານພາຍໃນສູນກາງແນວລາວສ້າງຊາດຢ່າງເປັນປົກກະຕິ, ຕິດພັນກັບວຽກງານປັບປຸງ ແລະ ຂະຫຍາຍສະມາຊິກ, ເປັນເຈົ້າການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງພະນັກງານ-ລັດຖະກອນ ກໍ່ຄື ສະມາຊິກກຳມະບານ ແລະ ຜູ້ອອກແຮງງານ, ພ້ອມກັນນັ້ນ, ໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານ ສນຊ, ສະໄໝທີ VII ຕໍ່ກອງປະຊຸມໃຫຍ່ສະຫະພັນກຳມະບານ ສນຊ ສະໄໝທີ VIII, ກອງປະຊຸມຍັງໄດ້ປ່ອນບັດທາບທາມຄັດເລືອກເອົາຄະນະກຳມະບານ ຊຸດໃໝ່ຕື່ມອິກ.