ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU)

ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ການ​ຮ່ວມ​ມື ລະຫວ່າງ ກົມ​ຊັ້ນ​ຄົນ-ການຈັດ​ຕັ້ງ​ສັງຄົມ ​ແລະ ກຸ່ມ​ບໍລິສັດ​ທ່ອງ​ທ່ຽວ​ວັດທະນະທຳ​ລາວ ມະຫາຊົນ ​​ໂດຍ​ການ​ເປັນກຽດ​ເຂົ້າຮ່ວມ ຂອງ​ທ່ານ ​ເຍ່ຍ​ເກີ​ຢ່າ ໜໍ່ຈໍ່ຈົງ​ຕົວ ຄະນະ​ປະຈຳ​ພັກ, ຮອງປະທານ ສູນກາງແນວລາວສ້າງຊາດ, ທ່ານ ​ວັນ​ດີ ​ຈັນ​ສົມບັດ ຫົວໜ້າ​ກົມ​ຊັ້ນ​ຄົນ-ການຈັດ​ຕັ້ງ​ສັງຄົມ, ທ່ານ ​ເນັຍ​ເຫຼີ​ຍ ປະທານ​ສະພາ​ບໍລິຫານ LCTC ຜູ້ອຳນວຍການ​ໃຫຍ່ກຸ່ມ​ບໍລິສັດ​ທ່ອງ​ທ່ຽວ​ວັດທະນະທຳ​ລາວ ມະຫາຊົນ, ມີ​ຜູ້ຕາງໜ້າຫ້ອງການ, ບັນດາກົມ ອ້ອມຂ້າງ ສນຊ ​ແລະ​ ບັນດາທ່ານຜູ້​ຕາງ​ໜ້າ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ຖະ​ແຫຼງ​ຂ່າວ​ ວັດ​ທະ​ນະ​ທໍາ ແລະ ທ່ອງ​ທ່ຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂອງທັງ​ສອງ​ຝ່າຍເຂົ້າຮ່ວມ, ໃນວັນທີ 11 ມີນາ 2025 ທີ່ ​ຫ້ອງ​ປະຊຸມ ຊັ້ນ 2 ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

ເປົ້າ​ໝາຍ​ຂອງ​ການລົງ​ນາມ​ຮ່ວມ​ມື​ສອງ​ຝ່າຍໃນ​ຄັ້ງ​ນີ້ ເພື່ອ​ເພີ່ມທະວີ​ການ​ພົວພັນ​ຮ່ວມ​ມື ​ແລະ ຜັນ​ຂະ​ຫຍາ​ຍ​ເນື້ອ​ໃນ​ຄູ່​ຮ່ວມ​ຊະ​ຕາ​ກຳ ລາວ-ຈີນ ແລະ ຈີນ-ລາວ, ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ, ສັນຍາ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ສະພາ​ທີ່​ປຶກສາ​ການ​ເມືອງ​ທົ່ວ​ປະ​ເທດ​ຈີນ ​ແລະ ສັນຍາ​ຂັ້ນ​ທ້ອງ​ຖິ່ນ ລາວ-ຈີນ ​ເຂົ້າ​ສູ່​ຊີວິດ​ຕົວ​ຈີ​ງ ​ໂດຍ​ກົມ​ຊັ້ນ​ຄົນ-ການຈັດ​ຕັ້ງ​ສັງຄົມ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ກຸ່ມ​ບໍລິສັດ​ທ່ອງ​ທ່ຽວ​ວັດທະນະທຳ​ລາວ ມະຫາຊົນ; ສະໜັບສະໜູນ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ຂົງ​ເຂດ​ວຽກງານ​ແນວ​ໂຮມ, ວຽກງານ​ທ່ອງ​ທ່ຽວ ​ແລະ ຊ່ວຍ​ເຫຼືອສັງຄົມ ​ໃນ​ຂະ​ບວນການ​ສາມັກຄີ ​ແລະ ພັດທະນາ, ​ໂຄງການ​ສ້າງ​ຄຸນງາມຄວາມດີ, ​ໂຄງການ​ຮັກ​ບ້ານ​ເກີດ ​ແລະ ​ໂຄງການ​ອື່ນໆ ຕາມ​ມະຕິ​ຂອງ​ຄະນະ​ປະຈຳ ສູນກາງ​ແນວ​ລາວ​ສ້າງ​ຊາດ ​ເລກທີ 12/ຄປຈ, ລົງ​ວັນ​ທີ 12 ຕຸລາ 2024 ວ່າ​ດ້ວຍ​ການ​ຜັນ​ຂະຫຍາຍ ມະຕິ 04/ກມສພ, ມະຕິ 05/ລບ ກ່ຽວກັບ​ການ​ສ້າງ​ເສດຖະກິດ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ; ສົ່ງ​ເສີມ​ການ​ຮ່ວມ​ມື​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຕາມ​ນະ​ໂຍບາຍ ​ແລະ ກົນ​ໄກ ຫຼື ຮູບ​ການ ສ້າງ​ກອງ​ທຶນ ຫຼື ມູນ​ນິທິ ​ແລະ ສ້າງ​ວິ​ສາ​ຫະກິດ ​ເພື່ອ​ພັດທະນາ​ໂຄງການ​ຂົງ​ເຂດ​ແນວ​ໂຮມ ​ແລະ ທ່ອງ​ທ່ຽວ.

ຕາງ​ໜ້າ​ລົງ​ນາມສອງຝ່າຍ​ ລະຫວ່າງ ທ່ານ ວັນ​ດີ ​ຈັນ​ສົມບັດ ຫົວໜ້າ​ກົມ​ຊັ້ນ​ຄົນ-ການຈັດ​ຕັ້ງ​ສັງຄົມ ​ແລະ​ ທ່ານ ​ເນັຍ​ເຫຼີ​ຍ ປະທານ​ສະພາ​ບໍລິຫານ LCTC ຜູ້ອຳນວຍການ​ໃຫຍ່ກຸ່ມ​ບໍລິສັດ​ທ່ອງ​ທ່ຽວ​ວັດທະນະທຳ​ລາວ ມະຫາຊົນ, ທັງ​ສອງ​ຝ່າຍ​ເຫັນ​ດີ​ເຄົາລົບ​ສິດທິ​ຕາມ​ກົດໝາຍ, ຈັນ​ຍາ​ບັນ ​ແລະ ປະຕິບັດ​ຕາມ​ໜ້າ​ທີ່​ທີ່​ໄດ້​ກຳນົດ​ໄວ້​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ສະບັບ​ນີ້; ທັງ​ສອງ​ຝ່າຍ​ຕ້ອງ​ຮ່ວມ​ມື​ກັນ​ສ້າງ​ແຜນການ, ​ແຜນ​ງົບປະມານ​ເພື່ອ​ຮັບ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ຕ່າງໆ ພ້ອມ​ທັງ​ຕິດຕາມ, ຊຸກຍູ້ ​ແລະ ປະ​ເມີນ​ຜົນການ​ປະຕິບັດ​ໂຄງການ​ໃຫ້​ບັນລຸ​ຕົວ​ເລກ​ຄາດໝາຍ​ໄວ້, ​ໄດ້ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ ທາງ​ເສດຖະກິດ​ສັງຄົມ; ສອງ​ຝ່າຍຈະ​ສ້າງ​ສັນຍາ​ຮ່ວມ​ມື​ສະ​ເພາະ​ແຕ່ລະ​ໂຄງການ​ບົນ​ພື້ນຖານ​ກົດໝາຍ ​ແລະ ລະບຽບການ; ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ສະບັບ​ນີ້​ມີ​ໄລຍະ 5 ປີ (3/2025-3/2030).

ບ.ກ: ຈິດ​ຕະພົງ

ພາບ+​ຂ່າວ: ດວງ​ມະນີ