ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສນຊ ຄັ້ງທີ XV

      ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ XV ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ນາງ ແພງພັນ ບຸບຜາພອນ ກຳມະການຄະນະພັກ, ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມມີທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ລາວັນ ສຸດທິສານ ຄະນະບໍລິຫານງານພັກ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີບັນດາທ່ານອະດີດການນໍາແມ່ຍິງ ສນຊ, ພະນັກງານປະຕິວັດອາວຸໂສບໍານານ, ຕາງໜ້າຄະນະໜ່ວຍພັກອ້ອມຂ້າງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ພາຍໃນສູນກາງແນວລາວສ້າງຊາດ ເຂົ້າຮ່ວມທັງໝົດ 91 ທ່ານ, ຍິງ 80 ທ່ານ, ຜູ້ແທນສົມບູນ 67 ທ່ານ, ແຂກຖືກເຊີນ 24 ທ່ານ, ຍິງ 13 ທ່ານ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 02 ສູນກາງແນວລາວສ້າງຊາດ ໃນວັນທີ 19 ມີນາ 2025;
      ກອງປະຊຸມດັ່ງກ່າວ, ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ເຊິ່ງໄດ້ຕີລາຄາດ້ານຜົນສໍາເລັດ ແລະ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ແມ່ຍິງ ສນຊ ຄັ້ງທີ XIV ໃນ 05 ປີ ຜ່ານມາ (2020- 2024) ແລະ ທິດທາງແຜນການໃນຕໍ່ໜ້າ (2025-2029) ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງສະຫະພັນແມ່ຍິງລາວ, ວຽກງານໃຫ້ຄໍາປຶກສາ, ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ແມ່-ເດັກ, ວຽກງານການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ, ວຽກງານປຸກລະດົມແມ່ຍິງ ເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ວຽກງານກວດກາ ຂອງສະຫະພັນແມ່ຍິງ; ພ້ອມນີ້, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ສນຊ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານແມ່ຍິງ ຊຸດເກົ່າ (ຊຸດທີ XIV); ການປະກອບຄຳເຫັນຂອງສະຫະພັນກຳມະບານ ແລະ ຄະນະຊາວໜຸ່ມ; ໄດ້ຮັບຟັງການມີຄຳເຫັນໂອ້ລົມຈາກຜູ້ຕາງໜ້າຄະນະພັກ ສນຊ ແລະ ຕາງໜ້າການນຳສູນກາງສະຫະພັນແມ່ຍິງລາວ; ໃນນີ້, ບັນດາທ່ານຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານ;
       ໃນໂອກາດກ່າວໄຂກອງປະຊຸມ, ທ່ານປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ໄດ້ກ່າວມີເນື້ອໃນບາງຕອນວ່າ: ບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນສຸດທີ່ມີຄວາມສໍາຄັນສໍາລັບການປັບປຸງກໍ່ສ້າງການຈັດຕັ້ງສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ໃຫ້ມີການພັດທະນາດີຂຶ້ນ, ນໍາພາການຈັດຕັ້ງສະຫະພັນແມ່ຍິງເຄື່ອນໄຫວຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ຕິດພັນກັບກົດລະບຽບ-ກົດ ໝາຍຂອງແນວລາວສ້າງຊາດ ກ້າວສູ່ຄຸນນະພາບໃໝ່; ສະນັ້ນ, ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນສົມບູນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາເຫື່ອແຮງ ເຂົ້າໃນການຄົ້ນຄວ້າທຸກເນື້ອໃນ ຂອງກອງປະຊຸມໃຫຍ່ຢ່າງພາວະວິໄສ, ມີປະຊາທິປະໄຕ, ມີຄວາມເປັນເອກະພາບສູງຕໍ່ການຮັບຮອງເອົາແຕ່ລະບັນຫາ, ພ້ອມກັນດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.
ບກ: ທ່ານ ນາງ ກົງແກ້ວ
ຂ່າວ: ຈິດຕະພົງ
ພາບ: ສຸວັນລີ ແລະ ລິຄິດ