ສູນກາງແນວລາວສ້າງຊາດສ້າງຂະບວນການເຕະບານເພື່ອຂ່ຳນັບວັນສຳຄັນຂອງຊາດ

     ສູນກາງແນວລາວສ້າງຊາດ ຮ່ວມກັບ ກຸ່ມບໍລິສັດມາລິນີ ຈຳກັດ ໄດ້ຈັດກິດຈະກຳເຕະບານມິດຕະພາບ ເພື່ອເປັນການສ້າງຂະບວນການ ຂ່ຳນັບຊົມເຊີຍ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ເປັນການສ້າງຄວາມສາມັກຄີຮັກແພງ ເຊິ່ງກັນ ແລະ ກັນ; ເປັນກຽດເຂົ້າ ຮ່ວມໂດຍທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ, ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ພຸດສະດຸ ອິນທະວົງ ປະທານກຸ່ມບໍລິສັດມາລິນີ ຈຳກັດ ພ້ອມດ້ວຍພະນັກງານ-ລັດ ຖະກອນ ແລະ ອ້າຍເອື້ອຍນ້ອງ ຂອງສອງພາກສ່ວນເຂົ້າຮ່ວມ, ທີ່ເດີ່ນເຕະບານກອງທັບ (ຫຼັກ 5) ໃນວັນທີ 19 ມີນາ 2025;
ບກ: ສຊ ຈື້ໄຊ
ຂ່າວ+ພາບ: ຈິດຕະພົງ+ລິຂິດ