ກຸ່ມບໍລິສັດ ຍິງເຟິງລາວ ຈຳກັດ ມອບເຄື່ອງກິລາໃຫ້ ສນຊ

     ເພື່ອເປັນການປະກອບສ່ວນ ໃຫ້ສູນກາງແນວລາວສ້າງຊາດ (ສນຊ) ໃນການສະເຫຼີມສະຫຼອງ 3 ວັນປະ ຫວັດສາດ ປີ 2025 ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃຫ້ເປັນຂະບວນການຟົດຟື້ນ; ທ່ານ ລີຢຸດ ປະທານກຸ່ມບໍລິສັດ ຍິງເຟິງລາວ ຈຳກັດ ໄດ້ມອບເຄື່ອງກິລາຈຳນວນ 44 ຊຸດ ມູນຄ່າ 7.526.000 ກີບ (ເຈັດລ້ານຫ້າແສນສອງໝື່ນຫົກພັນກີບ) ໃຫ້ສູນກາງແນວລາວສ້າງຊາດ ເປັນກຽດ ກ່າວຮັບ ໂດຍທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງ ຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ, ທີ່ຫ້ອງຮັບແຂກສູນກາງແນວລາວສ້າງຊາດ, ໃນວັນທີ 20 ມີນາ 2025;
ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ການມາມອບເຄື່ອງອຸປະຖຳໃນຄັ້ງນີ້; ພ້ອມດຽວກັນນີ້, ໄດ້ມອບໃບຍ້ອງຍໍ ໃຫ້ກຸ່ມບໍລິສັດ ຍິງເຟິງ ລາວ ຈຳກັດ ທີ່ມີຜົນງານປະກອບສ່ວນເຄື່ອງຈຳນວນດັ່ງກ່າວໃຫ້ແກ່ກົມໂຄສະນາ ສູນກາງແນວລາວສ້າງຊາດ.
ບກ: ສຊ ຈື້ໄຊ
ຂ່າວ: ຈິດຕະພົງ
ພາບ: ລິຂິດ