ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1950 – 22 ມີນາ 2025) ການນໍາພັກ-ລັດ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ແນວລາວສ້າງຊາດ, ລັດຖະບານໄດ້ເຂົ້າວາງພວງມາລາ ຢູ່ອະນຸສອນ ສາວະລີ ນັກຮົບນິລະນານ ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 21 ມີນາ 2025.
ຂ່າວ+ບກ: ສຊ. ຈື້ໄຊ



