ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄດ້ໄຂກອງປະຊຸມ ຂອງຕົນຂື້ນພາຍໃຕ້ການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ), ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມໃນວັນທີ 25 ມີນາ 2025 ຢູ່ທີ່ ຫ້ອງປະຊຸມ ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້; ເປັນການສ້າງຕັ້ງສະພາວິທະຍາສາດຂື້ນມາ ເພື່ອເປັນເສນາທິການໃຫ້ແກ່ຄະນະປະຈຳ ສນຊ ໃນການຄົ້ນຄວ້າບັນດານະໂຍບາຍ, ຍຸດທະສາດຂອງແນວລາວສ້າງຊາດ, ຄົ້ນຄວ້າບົດວິທະຍາສາດຕ່າງໆ ທີ່ຕິດພັນກັບວຽກງານຂອງແນວລາວສ້າງຊາດ, ຢັ້ງຢືນຮັບຮອງເອົາບັນດາບົດຄົ້ນຄວ້າ ທີ່ນັກວິທະຍາສາດ ໄດ້ຄົ້ນຄວ້າຮຽບຮຽງກ່ອນຈະມີການເຜີຍແຜ່; ກອງປະຊຸມເທື່ອນີ້ໄດ້ຮັບຟັງການຜ່ານແຜນດຳເນີນງານຂອງສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ປີ 2025; ພ້ອມນີ້ກໍ່ໄດ້ມີການປະກອບຄຳຄິດຄຳເຫັນຕໍ່ຄຳຖາມເຈາະຈີ້ມກ່ຽວກັບເນື້ອໃນຈິດໃຈໃນການສ້າງຕັ້ງສະພາວິທະຍາສາດ, ວິທີໃນການຄົ້ນຄວ້າ, ການແບ່ງງານພາຍໃນຄະນະ ໃຫ້ມີຄວາມຮູ້ຮັດກຸມ.
ຫລັງຈາກນັ້ນ, ທ່ານປະທານ ສນຊ ໄດ້ມີຄໍາເຫັນຊີ້ນຳເຊິ່ງກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ປະກອບຄຳຄິດຄຳເຫັນໃນກອງປະຊຸມ ແລະ ທ່ານໄດ້ເນັ້ນຕື່ມວ່າ: ກ່ຽວກັບການສ້າງຕັ້ງສະພາວິທະຍາສາດ ແມ່ນມີຄວາມຈຳເປັນ, ຄວາມຮຽກຮ້ອງຕ້ອງການເພື່ອພັດທະນາວຽກງານແນວລາວສ້າງຊາດ ເປັນໃຈກາງເຮັດໜ້າທີ່ວຽກງານແນວໂຮມໃຫ້ເຂັ້ມແຂງໜັກແໜ້ນ, ທຸກວຽກງານຖ້າບໍ່ມີການຄົ້ນຄວ້າ ກໍ່ບໍ່ມີການຫັນປ່ຽນໃໝ່; ຢາກອອກແບບຄົ້ນຄວ້າແບບບໍລິຫານ ໃຫ້ພະນັກງານແນວລາວສ້າງຊາດໄດ້ຄົ້ນຄວ້າຝຶກສະໝອງລອງປັນຍາ ໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮຽນຮູ້ມາ ຍົກລະດັບພັດທະນາ ສ້າງອົງກອນຂອງພວກເຮົາໃຫ້ມີຄົນໜຸ່ມຫຼາຍຂື້ນ; ປະກາດຕັ້ງສະພາຂື້ນມາແລ້ວ ພາລະບົດບາດແມ່ນຫຼາຍ ຕ້ອງເຮັດລ້ອນໜ້າທີ່ດ້ວຍຄຸນນະພາບທີ່ດີ; ສະພາຕ້ອງເປັນເສນາທິການໃຫ້ຄະນະປະຈຳ, ໃນການຄົ້ນຄວ້າຫົວຂໍ້ຕ່າງໆ ໃຫ້ເປັນບົດວິທະຍາສາດແທດເໝາະກັບສະພາບເງື່ອນໄຂໃນປັດຈຸບັນ.
ບກ: ອຸດອນ+ສືເຊັ່ງ
ພາບ-ຂ່າວ: ດວງມະນີ+ສຸວັນລີ



