ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ອົງການຈັດຕັ້ງພາຄີ ຂັ້ນສູນກາງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແຕ່ລະອົງການ ປະຈຳໄຕມາດ I ແລະ ແຜນວຽກຈຸດສຸມ ປະຈຳໄຕມາດ II ຂອງປີ 2025 ພາຍໃຕ້ການເປັນປະທານ ຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ມີບັນດາທ່ານປະທານ-ຮອງປະທານ ຈາກສູນກາງສະຫະພັນກຳມະບານລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນ ເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 1 ເມສາ 2025;
ໃນກອງປະຊຸມຄັ້ງນີ້, ແຕ່ລະອົງການໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຕ່າງໆ ປະຈໍາໄຕມາດ I ແລະ ແຜນວຽກຈຸດສຸມ ປະຈໍາໄຕມາດ II ປີ 2025 ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າໃນໄລຍະ 3 ເດືອນຜ່ານມາ ແຕ່ລະອົງການ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເປັນຕົ້ນແມ່ນ ໄດ້ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ, ຊາວກະສິກອນ, ແມ່ຍິງ, ຊາວໜຸ່ມ-ເຍົາວະຊົນ ຕາມພາລະບົດບາດ ຂອງແຕ່ລະອົງການ ແລະ ສາມາດຍາດໄດ້ຜົນງານ ທີ່ພົ້ນເດັ່ນຫຼາຍດ້ານ; ພ້ອມກັນນັ້ນ, ຍັງໄດ້ສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງຂອງແຕ່ລະອົງການ ຕິດພັນກັບການສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ ຢ່າງເປັນຂະບວນການຟົດຟື້ນ; ໂອກາດນີ້, ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ບັນດາກິດຈະກໍາ ທີ່ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງພາຄີ ຂັ້ນສູນກາງ ຈະຕ້ອງໄດ້ຮ່ວມມືກັນ ສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໃນຕໍ່ໜ້າ.
ບ.ກ: ພ.ພຽງ
ພາບ ແລະ ຂ່າວ: ຢຢ



