ສຳເລັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຫ້ອງການ ສູນກາງແນວລາວສ້າງຊາດ

     ສູນກາງແນວລາວສ້າງຊາດ ໄດ້ເປີດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານຫ້ອງການ ເຊີ່ງໄດ້ດໍາເນີນ ນັບແຕ່ວັນທີ 2 ເມສາ 2025 ແລະ ໄດ້ປິດລົງໃນວັນທີ 4 ເມສາ 2025 ທີ່ ສູນກາງແນວລາວສ້າງຊາດ, ດ້ວຍຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໃຫ້ກຽດເປັນປະທານ ພິທີປິດຝຶກອົບຮົມໂດຍ ທ່ານ ຄຳໄຫຼ ສີປະເສີດ, ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ (ສນຊ), ມີບັນດາທ່ານສໍາມະນາກອນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 15 ທ່ານ. ໃນນັ້ນ, ມີສໍາມະນາກອນຈາກແນວລາວສ້າງຊາດນະຄອນຫຼວງວຽງຈັນ 4 ທ່ານ, ແນວລາວສ້າງຊາດ 4 ເມືອງ, ເມືອງລະ 1 ທ່ານ.
ຕະຫຼອດໄລຍະໃນການຝຶກອົບຮົມສໍາມະນາກອນ ໄດ້ມີການສົນທະນາແລກປ່ຽນ ກັບບັນດາວິທະຍາກອນທີ່ຂຶ້ນຫ້ອງບັນຍາຍຢ່າງກົງໄປກົງມາ, ມີຄໍາຖາມຍົກຂຶ້ນມາສົນທະນາແລກປ່ຽນເຊີ່ງຍົກສູງບົດບາດດ້ານບໍລິຫານ, ຄວາມຮູ້ ແລະ ທັກສະໃໝ່ໆ ໃນການເປັນເສນາທິການດ້ານເອກະສານ, ດ້ານບໍລິຫານວຽກງານຫ້ອງການ, ວຽກງານພິທີການ ແລະ ວຽກງານອື່ນໆ ປິ່ນອ້ອມ, ພັດທະນາຄວາມຮູ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບຫຼາຍຂຶ້ນ
ທ່ານຮອງປະທານ ສນຊ ຜູ້ປະຈໍາການ, ໄດ້ມີຄຳເຫັນໂອ້ລົມຕໍ່ຊຸດຝຶກອົບຮົມຄັ້ງນີ້ວ່າ ເປັນການສ້າງໂອກາດໃຫ້ພະນັກງານຂັ້ນສູນກາງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການເຊີ່ງກັນ ແລະ ກັນກັບທ້ອງຖີ່ນ ພ້ອມທັງເປັນການສ້າງຄວາມຮັກແພງກັບບັນດາວິທະຍາກອນຈາກພາກສ່ວນຕ່າງໆ, ຖ້າຍັງມີສິ່ງໃດບໍ່ທັນເລີກເຊີ່ງກໍ່ຈະໄດ້ຕິດຕໍ່ແລກປ່ຽນຮ່ວມມືກັນຕື່ມ. ພ້ອມນີ້, ທ່ານຍັງໄດຮຽກຮ້ອງໃຫ້ສຳມະນາກອນ ທີ່ໄດ້ຜ່ານການຝຶກອົບຮົມນຳເອົາຄວາມຮູ້, ບົດຮຽນທີ່ໄດ້ຝຶກອົບຮົມໄປພັດທະນາຕົນເອງໃຫ້ສາມາດເປັນຄົນ 3 ດີ, ເປັນເສນາທິການດີ, ເປັນຜູ້ບໍລິຫານດີ ແລະ ເປັນຜູ້ປະສານງານດີ. ເຮັດໃຫ້ວຽກງານທີ່ໄດ້ຮັບມອບໝາຍມີຄວາມສຳເລັດເປັນກ້າວໆ.
ບກ: ອຸດອນ
ຂ່າວ+ພາບ: ລິຂິດ