ພິທີຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

       ພິທີຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີພະເຖລາ-ນຸເຖລະ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ບັນດາການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ຂອງ ພັກ-ລັດ, ຄອບຄົວ ແລະ ຍາດພີ່ນ້ອງ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ; ພ້ອມນີ້, ກໍມີ ສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສຸຣິຍະ ຈິ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ; ມີບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ບັນດານາຍ ແລະ ພົນຕຳຫຼວດ, ນາຍ ແລະ ພົນທະຫານ, ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ພໍ່ແມ່ປະຊາຊົນພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົົ້າຮ່ວມຢ່າງຫຼວງຫຼາຍ, ໃນວັນທີ 07 ເມສາ 2025 ທີ່ເດີນພະທາດຫຼວງ ນະຄອນຫຼວງວຽງຈັນ;
      ໃນເວລາ 12 ໂມງ 5 ນາທີ, ຂະບວນລົດເຄື່ອນສົບ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເລີ່ມເຄື່ອນອອກຈາກ ຫໍປະຊຸມແຫ່ງຊາດ ໄປຍັງສະຖານທີ່ຈັດພິທີທີ່ເດີ່ນພະທາດຫຼວງ ຊຶ່ງດຳເນີນຕາມພິທີທີ່ຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດ ໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນ; ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໃນນາມຄະນະຈັດຕັ້ງພິທີ ໄດ້ກ່າວຈຸດປະສົງ ແລະ ຮຽນເຊີນສະຫາຍ ທອງລຸນ ສີສຸລິດ ໃນນາມປະທານຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດໄດ້ກ່າວສະດຸດີ ໂດຍໄດ້ກ່າວຫວນຄືນປະຫວັດການເຄື່ອນໄຫວ ແລະ ຄຸນສົມບັດສິນທຳປະຕິວັດ ອັນໂດດເດັ່ນ ແລະ ໜັກແໜ້ນ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໂດຍໄດ້ກ່າວບາງຕອນວ່າ: ຜົນງານ, ຄຸນງາມຄວາມດີ ແລະ ຄຸນສົມບັດ ນັ້ນລ້ວນແຕ່ເປັນບົດຮຽນ ອັນລໍ້າຄ່າ ໃຫ້ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ຂອງພັກ ແລະ ຂອງຊາດເຮົາ; ຈາກນັ້ນ, ບັນດາສະຫາຍ ແລະ ທ່ານທີ່ເຂົ້າຮ່ວມ ກໍໄດ້ລຸກຂຶ້ນກົ້ມຫົວໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ; ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແລະ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເຈົ້າແຂວງຫຼວງນໍ້າທາ ໄດ້ຕາງໜ້າຄອບຄົວສີພັນດອນ ກ່າວຄຳຂອບໃຈ ຕໍ່ຜູ້ນຳພັກ-ລັດ ແລະ ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ແບ່ງເບົາຄວາມທຸກໂສກ, ໃຫ້ຄວາມອົບອຸ່ນ ແລະ ໄດ້ປະກອບສ່ວນຕ່າງໆ ພ້ອມທັງໃຫ້ກຳລັງໃຈແກ່ຄອບຄົວສີພັນດອນ ເຮັດໃຫ້ການຫ້າງຫາກະກຽມ ແລະ ຈັດຕັ້ງພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ດຳເນີນໄປຢ່າງສົມກຽດ ແລະ ລຸລ່ວງໄປດ້ວຍດີ;
      ພາຍຫຼັງສຳເລັດພິທີທາງການ, ຕໍ່ດ້ວຍພິທີທາງສາສະໜາ ສີລະວັດນຳພາອາລະທະນາ, ສູດບັງສະກຸນ, ພຣະສົງໃຫ້ພອນ ຢາດນໍ້າ ແລະ ຮັບຜ້າບັງສະກຸນ; ຈາກນັ້ນ, ໄດ້ມີການວາງດອກໄມ້-ທູບທຽນ ເພື່ອເປັນການອຳລາ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນຄັ້ງສຸດທ້າຍ ພ້ອມທັງໄດ້ມີການວາງເພີງ (ຈູດ) ສະລີລະ ຕາມເວລາທີໄດ້ກຳນົດໄວ້.
ບກ: ພ.ບຸບຜາ+ພ ພຽງ
ຂ່າວ+ພາບ: ລີ