ເພື່ອເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ພສ 2568 ບຸນສົງການປີໃໝ່ລາວ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີບາສີ-ສູ່ຂວັນ ອວຍພອນເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຮອງປະທານ, ກຳມະການສູນກາງອ້ອມຂ້າງ, ຄະນະທີ່ປຶກສາ, ຄູ່ຮ່ວມງານ ຕະຫຼອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 11 ເມສາ 2025;
ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ເປັນກຽດໂອ້ລົມ ເຊິ່ງມີເນື້ອໃນບາງຕອນວ່າ: ວຽກງານແນວໂຮມເປັນວຽກຂອງທົ່ວພັກ, ທົ່ວລັດ ແຕ່ອົງການແນວລາວສ້າງຊາດ ເປັນເສນາທິການເຮັດວຽກງານແນວໂຮມ, ກໍາມະການ ແນວລາວສ້າງຊາດ ທຸກຂັ້ນ ເປັນຜູ້ປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ວຽກງານເຕົ້າໂຮມຄວາມສາ ມັກຄີ, ປະຕິບັດບົດບາດເປັນຂົວຕໍ່ຂອງພັກ-ລັດ ກັບປະຊາຊົນຢ່າງໃກ້ສິດ; ພ້ອມນີ້, ກໍເອົາໃຈໃສ່ຜັນຂະຫຍາຍ ມະຕິ 12/ຄປຈ, ໃນການຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອ ກະລາດເປັນເຈົ້າຕົນເອງ ຕິດພັນກັບການຈັດຕັ້ງປະຕິບັດ 09 ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແນວລາວ ສ້າງຊາດ ຢ່າງເປັນຮູບປະທຳ; ພ້ອມນີ້, ໄດ້ອວຍພອນປີໃໝ່ ໃຫ້ບັນດາທ່ານທີ່ມາຮ່ວມງານ ວ່າ: ຂໍໃຫ້ບັນດາທ່ານຈົ່ງມີແຕ່ຄວາມສຸກກາຍ, ສຸກໃຈ, ມີຄວາມເຂັ້ມແຂງດ້ານສຸຂະພາບ-ຮ່າງກາຍ ແລະ ການງານ, ມີຜົນສຳເລັດອັນ ໃໝ່ໃຫຍ່ຫຼວງກວ່າເກົ່າ, ໃຫ້ມີຄວາມສ້າງສັນສາມັກຄີປອງດອງປຸ້ມລຸມເປັນປຶກແຜນແໜ້ນໜາ ທົ່ວປວງຊົນລາວ ແລະ ຂໍໃຫ້ບັນດາທ່ານໂຊກດີປີໃໝ່.
ບ.ກ: ອຸດອນ
ຂ່າວ: ພ.ພຽງ
ພາບ: ລິຄິດ



