ປະທານ ສນຊ ເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955 – 14 ເມສາ 2025) ໄດ້ຈັດຂຶ້ນຢ່າງເປັນທາງການ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ການນໍາພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ອະດີດການນໍາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກຊາວໜຸ່ມ-ເຍົາວະຊົນ ຈາກທົ່ວປະເທດເຂົ້າຮ່ວມ ທາງຊິ່ງໜ້າ ແລະ ວີດີໂອທາງໄກ ໃນວັນທີ 22 ເມສາ 2025 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອສາລະຄະດີມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ຫຼັງຈາກນັ້ນ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ຂຶ້ນກ່າວມີຄໍາເຫັນຕໍ່ພິທີໂຮມຊຸມນຸມໃນຄັ້ງນີ້ ເຊິ່ງສະຫາຍໃຫ້ຍົກໃຫ້ເຫັນວ່າ ໃນຕະຫຼອດໄລຍະ 70 ປີ ແຫ່ງຄວາມສະຫງ່າລາສີຂອງນັກຮົບສີຟ້າ ພາຍໃຕ້ຮົ່ມທຸງພັກ  ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດ ອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດໄດ້ຢ່າງສະຫງ່າງາມ; ຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະ ທ້ອງຖິ່ນ ເພາະວ່າທຸກຍຸກທຸກສະໄໝຊາວໜຸ່ມລາວ ແມ່ນມີບົດບາດຕັດສິນ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງໃຫ້ແກ່ທຸກຍຸກທຸກສະໄໝ;

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງຊາວໜຸ່ມເປັນກໍາລັງແຮງສັງລວມຂອງຊາດ ແລະ ເປັນແຂນຂວາຂອງພັກ ມີບົດບາດສຳຄັນໃນການຂັບເຄື່ອນສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນ, ສະຫາຍ ຍັງຮຽກຮ້ອງໃຫ້ຊາວໜຸ່ມລາວບັນດາເຜົ່າ ໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເພີ່ມທະວີຄວາມຂະຫຍັນຂັນແຂງ, ເພີ່ມຄວາມຮັບຜິດຊອບຢ່າງເດັດດ່ຽວ ແລະ ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດໃນທຸກດ້ານ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ ແລະ ກາຍເປັນຜູ້ສືບທອດທີ່ດີີຂອງຊາດ. ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ລະຂັ້ນ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີຊາວໜຸ່ມ, ເຍົາວະຊົນ ໃຫ້ກວ້າງຂວາງ ໂດຍຖືເອົາປະຊາຊົນເປັກກົກ ແລະ ທ້ອງຖິ່ນຮາກຖານເປັນເປົ້າໝາຍ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາວໜຸ່ມ, ປັບປຸງການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກ ຫັນເປັນທັນສະໄໝ ເພື່ອພັດທະນາຊາວໜຸ່ມເຍົາວະຊົນໃຫ້ມີຄຸນສົມບັດ, ມີຄວາມສາມາດ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງແຂງແຮງ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ ສົມກັບຄໍາຂະໜານນາມ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝພວກເຮົາ”.

ໃນພິທີອັນສະຫງ່າລາສີນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ມີຜົນງານດີເດັ່ນ ແຕ່ປີ 2016-2025 ຢ່າງສົມກຽດ.

ຂ່າວ+ພາບ: ເຢ

ບກ: ພ. ພຽງ