ເພື່ອຕີລາຄາຄືນຄວາມຮັບຮູ້ເຂົ້າໃຈຕໍ່ພາລະບົດບາດ ແລະ ມີຄວາມເປັນເອກະພາບ ລະຫວ່າງ ສູນການແນວລາວສ້າງຊາດ ກັບກະຊວງ-ອົງການຕ່າງໆ ທີ່ກ່ຽວຂ້ອງ ກ່ຽວກັບໜ້າທີ່ຄວາມຮັບຜິດຊອບຂອງບັນດາກະຊວງ-ອົງການ ຕໍ່ກັບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສັງຄົມ ພ້ອມທັງຈັດຕັ້ງປະຕິບັດນຳພາ, ຄຸ້ມຄອງ, ຊ່ວຍເຫລືອ ແລະ ສ້າງເງື່ອນ ໄຂອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງສັງຄົມໄດ້ມີການເຄື່ອນໄຫວທີ່ແຂງແຮງ, ມີບັນຍາກາດຟົດຟື້ນ ໄດ້ຕາມຈຸດປະສົງ ແລະ ຖືກຕາມແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍ ຂອງລັດ.
ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານການຈັດ ຕັ້ງສັງຄົມ ຂຶ້ນ ໂດຍການເປັນປະທານ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມ ການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ຮອງລັດຖະມົນຕີຈາກກະຊວງ-ອົງການ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ ໃນວັນທີ 28 ເມສາ 2025 ທີ່ຫ້ອງປະຊຸມສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ;

ໃນກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາຄືນກ່ຽວກັບວຽກງານການຈັດຕັ້ງສັງຄົມ ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມ ໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າ ຢູ່ ສປປ ລາວ ມີອົງການຈັດຕັ້ງສັງຄົມ ທີ່ມີຊື່ເອີ້ນແຕກຕ່າງກັນຕາມແຕ່ລະຂະແໜງການວິຊາຊີບ ລວມທັງໝົດ 301 ອົງການ: ສະມາຄົມ 240 ອົງການ, ມູນນິທິ 61 ອົງການ ແລະ ໄດ້ເຄື່ອນໄຫວຕາມດຳລັດ 238/ລບ ລົງວັນທີ 11 ສິງຫາ 2017 ວ່າດ້ວຍສະມາຄົມ ໂດຍລັດຖະບານເປັນຜູ້ຄຸ້ມຄອງລວມສູນໃນຂອບເຂດທົ່ວປະເທດ ແລະ ແນວລາວສ້າງຊາດ ໄດ້ມີສ່ວນຮ່ວມນຳກັນແຕ່ສູນກາງລົງຮອດທ້ອງຖິ່ນ;
ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ມີການປະກອບຄຳຄິດເຫັນແລກປ່ຽນ ຕໍ່ກັບວຽກງານດັ່ງກ່າວຢ່າງກົງໄປກົງມາ ຕື່ມອີກ; ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຊີ້ນຳ ແລະ ກ່າວປິດ ກອງປະຊຸມດັ່ງກ່າວ.
ຂ່າວ+ພາບ: ເຢ
ບກ: ພ.ພຽງ



