ໃນວັນທີ 2 ພຶດສະພາ 2025 ນີ້, ທີ່ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ ທະນາຄານຄໍາລາວ ຈໍາກັດ ໄດ້ຈັດກອງປະຊຸມ”ເຜີຍແຜ່ ແລະ ປຸກລະດົມ ກ່ຽວກັບການເຄື່ອນໄຫວວຽກງານ ທະນາຄານຄໍາ ລາວ ຈໍາກັດ” ໂດຍການເປັນປະທານກອງປະຊຸມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ(ສນຊ).
ໃນໂອກາດນີ້, ທ່ານ ປອ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ທະນາຄານຄໍາລາວ ຈໍາກັດ ໄດ້ລາຍງານກ່ຽວກັບ ພາບລວມການດໍາເນີນທຸລະກິດ ແລະການເຄື່ອນໄຫວວຽກງານຂອງທະນາຄານຄໍາ ລາວຈໍາກັດ(LBB)ໂດຍມີ 5 ເນື້ອໃນໃຫຍ່ເປັນຕົ້ນ: ທ່າແຮງຂອງອຸດສາຫະກໍາ ຄໍາ ຂອງ ສປປ ລາວ; ຄວາມເປັນມາ ແລະ ໂຄງສ້າງຂອງທະນາຄານຄໍາ ລາວ; ພາບລວມທຸລະກິດຂອງ ທະນາຄານຄໍາລາວ; ການຍົກລະດັບ ມາດຕະຖານ ອຸດສາຫະກໍາຄໍາ-ການສໍາຮອງຄໍາ ແລະ ການສ້າງຕັ້ງໂຮງກັ່ນຫຼອມຄໍາ ແລະ ຍຸດທະສາດ, ຄາດຄະເນຜົນປະໂຫຍດ ຕໍ່ເສດຖະກິດຂອງປະເທດຊາດ, ພ້ອມກັນນີ້ ທ່ານຍັງໄດ້ຍົກໃຫ້ຮູ້ກ່ຽວກັບວິໄສທັດ ເພື່ອສ້າງສະຖຽນລະພາບ ດ້ານເສດຖະກິດ-ການເງິນສ້າງໃຫ້ ສປປ ລາວ ເປັນສູນກາງດ້ານການຄ້າຄໍາ ລໍ້າໜ້າດ້ານການກັ່ນຫຼອມ ວັດຖຸມີຄ່າໃນພາກພຶ້ນອາຊີ ພາຍໃນ 5 ປີຕໍ່ໜ້າ ທັງເປັນພາລະກິດເສີມຂະຫຍາຍຄວາມໂປ່ງໃສຂອງຕະຫຼາດ, ການປະຕິບັດທີ່ດີທີ່ສຸດຂອງສາກົນ ໃນການ ຊື້-ຂາຍ ຄໍາ ລະຫວ່າງນັກລົງທືນ ແລະ ບັນດາຜູ້ມີສ່ວນຮ່ວມໃນຕະຫຼາດ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນກົງໄປກົງມາຢ່າງຟົດຟື້ນ ແລະ ໄດ້ຮັບຟັງການອະທິບາຍຊີ້ແຈງຈາກທ່ານ ປອ ຈັນທອນ ສິດທິໄຊ.

ໃນໂອກາດນີ້, ທ່ານປະທານ ສນຊ ໄດ້ເປັນກຽດມີຄໍາເຫັນໂອ້ລົມ ໂດຍ ທ່ານ ໄດ້ເນັ້ນ 4 ເນື້ອໃນຈິດໃຈຕໍ່ທະນາຄານຄໍາ ລາວ ເປັນຕົ້ນ: 1) ການເຜີຍແຜ່ ຊຸກຍູ້ ແລະ ປຸກລະດົມແນວຄິດຂອງປະຊາຊົນລາວບັນດາເຜົ່າ ເພື່ອເຂົ້າຮ່ວມໃນວຽກງານຂອງທະນາຄານຄໍາລາວ ອັນນີ້ແມ່ນເປົ້າໝາຍສໍາຄັນຫຼາຍ ເຊິ່ງພວກເຮົາຕ້ອງເຂົ້າໃຈເອກະພາບໄປທິດທາງດຽວ ໃນການຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ-ລັດ ຕໍ່ຈຸດປະສົງການສ້າງຕັ້ງທະນາຄານຄໍາ ລາວ; 2) ຜ່ານການຈັດຕັ້ງປະຕິບັດຂອງທະນາຄານຄໍາ ມາໃນໄລຍະໜຶ່ງເຫັນວ່າມີຄວາມຄືບໜ້າໃນການການຊື້-ຂາຍຄໍາ ສະນັ້ນໃຫ້ພ້ອມກັນສືບຕໍ່ປຸກລະດົມໂຄສະນາ ເພື່ອກະຕຸ້ນເສດຖະກິດຂອງ ສປປ ລາວ, ພວກເຮົາໄດ້ສ້າງຕັ້ງທະນາຄານຄໍາແລ້ວ ການຈໍາໜ່າຍຄໍາ ຕໍ່ໄປນີ້ ຕ້ອງໄດ້ປະຕິບັດໄປຕາມແຜນຍຸດທະສາດ, ແຜນວຽກ ວິໄສທັດ ທີ່ພັກ-ລັດ ແລະ ທະນາຄານຄໍາວາງອອກ ເພື່ອບັນລຸຜົນ 3) ພວກເຮົາໃນນາມການນໍາອົງການແນວລາວສ້າງຊາດແຕ່ລະຂັ້ນ, ປະຊາຊົນລາວບັນດາເຜົ່າ, ນັກທຸລະກິດ ຕ້ອງໄດ້ສະໜັບສະໜູນດ້ານນະໂຍບາຍຂອງທະນາຄານເປັນຕົ້ນ ຈົ່ງພາກັນເຂົ້າໃຈຕໍ່ວິໄສທັດ, ຈຸດປະສົງ, ດ້ານເນື້ອໃນ, ທິດທາງ ແລະ ແຜນວຽກຂອງທະນາຄານຄໍາລາວ; ພວກເຮົາຈະໄດ້ພ້ອມກັນເຂົ້າຮ່ວມຊື້-ຂາຍ ຫລືໃຊ້ບໍລິການທະນາຄານຄໍາ, ເປັນສະມາຊິກໃຫ້ຫຼາຍຂຶ້ນເພື່ອໃຫ້ທະນາຄານເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ 4) ໃນນາມສ່ວນຕົວໄດ້ຕິດຕາມເບິ່ງກຸ່ມບໍລິສັດ ພົງສະຫວັນ ຂໍສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບທຸກພາກສ່ວນ ທີ່ມີຄວາມກ້າຫານສ້າງອັນໃໝ່ໃຫຍ່ໂຕ ແລະ ທັນສະໄໝ ຈາກການຜັນຂະຫຍາຍແນວຄິດຂອງກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ໃນປີ 2024 ກ່ຽວກັບ 9 ມາດຕະການໃນການແກ້ໄຂບັນຫາເສດຖະກິດ-ການເງິນ ເປັນຮູບປະທໍາ.
ເຂົ້າຮ່ວມກອງປະຊຸມດັ່ງກ່າວມີການນໍາພັກ-ລັດ ແລະ ພະນັກງານຫຼັກແຫຼ່ງຈາກຫຼາຍກະຊວງ-ອົງການ, ຜູ້ປະກອບການ, ຫົວໜ່ວຍທຸລະກິດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທ່ານປະທານ ສນຊ ພ້ອມດ້ວຍຄະນະຂອງ ສນຊ ຍັງໄດ້ໄປຢ້ຽມຢາມທະນາຄານຄໍາ ລາວ ຈໍາກັດຕື່ມອີກ.
ບກ: ພ ບຸບຜາ
ຂ່າວ-ຮູບ: ລີ.



