ປະທານ ສນຊ ຕ້ອນຮັບການເຂົ້າ ຢ້ຽມພົບປະຂອງຄະນະຜູ້ແທນກຸ່ມບໍລິສັດການລົງທຶນກວາງຊີກຼຸບ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ຖັງ ຕານຈົງ ຮອງຜູ້ອຳນວຍການໃຫຍ່ບໍລິສັດການລົງທຶນກວາງຊີກຼຸບ, ປະທານບໍລິສັດພະລັງງານກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 20 ພຶດສະພາ 2025 ທີ່ສູນກາງແນວລາວສ້າງຊາດ(ສນຊ).

ທ່ານ ຖັງ ຕານຈົງ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ປະທານ ສນຊ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ສິນລະວົງ ຄຸດໄພທູນ ໄດ້ຮັບຊາບ. ນອກຈາກນັ້ນ ໄດ້ລາຍງານກ່ຽວກັບປະຫວັດຫຍໍ້ຄວາມເປັນມາໃນການເຄື່ອນໄຫວດຳເນີນທຸລະກິດ ແລະ ບັນດາກິດຈະກຳ ທີ່ກຸ່ມບໍລິສັດໄດ້ລົງທຶນ ໃນຂົງເຂດວຽກງານຕ່າງໆ ເຊິ່ງເຮັດໃຫ້ມາຮອດປັດຈຸບັນກຸ່ມບໍລິສັດການລົງທຶນກວາງຊີກຼຸບ ໄດ້ກາຍເປັນ 1 ໃນ 500 ບໍລິສັດ ທີ່ມີຄວາມເຂັ້ມແຂງທາງດ້ານການເງິນກວ່າໝູ່ ຂອງ ສປ ຈີນ, ເປັນອັນດັບ 1 ຂອງແຂວງກວາງຊີ ແລະ ທ່ານ ຍັງໄດ້ໃຫ້ຮູ້ຕື່ມວ່າການມາເຮັດວຽກຢູ່ລາວ ໃນຄັ້ງນີ້ ກຸ່ມບໍລິສັດມີຄວາມສົນໃຈຢາກມາລົງທຶນຢູ່ລາວໃນຫຼາຍຂົງເຂດ ເປັນຕົ້ນແມ່ນດ້ານພະລັງງານໄຟຟ້າສະອາດ ແລະ ດ້ານອາລູມີນຽມ. ທ່ານ ຖັງ ຕານຈົງ  ຍັງໄດ້ເຊື້ອເຊີນຄະນະຜູ້ແທນຂອງສູນກາງແນວລາວສ້າງຊາດ ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນປະສົບການ ຢູ່ ແຂວງກວາງຊີ ຕື່ມອີກ.

ໂອກາດນີ້, ທ່ານ ປະທານ ສນຊ ກໍໄດ້ສະແດງຄວາມຊົມເຊີຍ ທ່ານ ຖັງ ຕານຈົງ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເພາະວ່າປະເທດລາວ ເປັນປະເທດທີ່ພວມພັດທະນາ ຖ້າຫາກບໍລິສັດມີຄວາມສົນໃຈຢາກມາລົງທຶນຢູ່ລາວ ກໍ່ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການສ້າງສາພັດທະນາ ໃຫ້ ສປປ ລາວ ນັບມື້ມີຄວາມຮຸ່ງເຮືອງສີວິໄລເປັນກ້າວໄປ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ ໃຫ້ຄະນະໄດ້ຮັບຮູ້ ຕື່ມ.

ຂ່າວ+ພາບ: ເຢ

ບກ: ສ. ຈື້ໄຊ