
ກອງປະຊຸມດັ່ງກ່າວໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະຮັບຜິດຊອບ ແລະ ພຣະອາຈານໃຫຍ່ ອ່ອນແກ້ວ ສິດທິວົງ, ຜູ້ຊ່ວຍປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຜູ້ຊີ້ນຳ ອພສ 8 ແຂວງພາກເຫນືອ ພ້ອມດ້ວຍຄະນະຮັບຜິດຈາກພາກສ່ວນຕ່າງໆເຂົ້າຮ່ວມໃນວັນທີ 12 ພຶດສະພາ 2025 ທີ່ຫໍທຳມະສະພາ ພຣະທາດຫຼວງ ນະຄອນຫຼວງວຽງຈັນ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜ່ານມາ ແລະ ແຜນວຽກແຕ່ນີ້ຮອດມື້ຊາປະນະກິດ ຈາກບັນດາອະນຸກໍາມະການຕ່າງໆ ຈາກນັ້ນ ທ່ານປະທານ ສນຊ ກໍ່ໄດ້ສັງລວມຄໍາຄິດຄໍາເຫັນ ແລະ ເໜັ້ນບາງບັນຫາແຜນວຽກ ເພື່ອໃຫ້ພິທີຊາປະນະກິດສະຣິຣະສັງຂານ ໄດ້ດໍາເນີນຕາມແຜນການທີ່ວາງໄວ້.
ບກ: ພ ບຸບຜາ
ຂ່າວ-ຮູບ: ລີ



