ພິທີປະດັບຫຼຽນກຽດຕິຄຸນ ໃຫ້ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ

++++++
ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເປັນກຽດຕາງໜ້າໃຫ້ການນຳພັກ-ລັກ ແຫ່ງ ສປປ ລາວ ປະດັບຫຼຽນກຽດຕິຄຸນ ໃຫ້ແກ່ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ກໍາມະການສູນກາງແນວລາວສ້າງຊາດ, ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງທີ 06 ທີ່ມີຜົນງານ, ຄຸນງາມຄວາມດີ ອຸທິດຕົນປະກອບສ່ວນໂຄສະນາສຶກສາອົບຮົມ ພຸດທະສາສະນິກະຊົນບັນດາເຜົ່າ ພ້ອມທັງປະກອບສ່ວນໃນວຽກງານສ້າງສາພັດທະນາສາສະນະສະຖານ, ປູຊະນິຍະສະຖານ ແລະ ວຽກງານອື່ນໆ ທີ່ສຳຄັນຂອງຊາດ ຊຶ່ງພຣະອາຈານໃຫຍ່ ໄດ້ອຸທິດຕົນເອງນັບແຕ່ຄອງເພດຄາຣະວາດ ຈົນເຂົ້າມາສູ່ເພດບັນພະຊິດ, ຜົນງານດັ່ງກ່າວ ເປັນການປະກອບສ່ວນ ອັນສຳຄັນຕໍ່ປະເທດຊາດ ໃນພາລະກິດຕໍ່ສູ້ກູ້ຊາດເມື່ອກ່ອນ ແລະ ທັງອຸທິດຕົນໃຫ້ພຸດທະສາສະໜາ ແລະ ປະຊາຊົນລາວບັນດາເຜົ່າ;
ພິທີດັ່ງກ່າວ, ໂດຍມີພຣະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງ ອພສ, ພຣະເຖຣະນຸເຖຣະ, ມີທ່ານ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍ ໃນ, ມີບັນດາທ່ານເຈົ້າສັດທາທັງຫຼາຍ ພ້ອມດ້ວຍບັນດາທ່ານຄອບຄົວການນໍາພັກ-ລັດ, ພະນັກງານ-ລັດຖະກອນ ຈາກບັນດາກະຊວງ-ອົງການ ຕະຫຼອດຮອດພໍ່ແມ່ພີ່ນ້ອງພຸດທະສາສະນິກະຊົນ ເຂົ້າຮ່ວມໃນມື້ສຸດທ້າຍພິທີບໍາເພັນກຸສົນ ສາຣີຣະສັງຂານ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ໃນຕອນແລງ ວັນທີ 16 ພຶດສະພາ 2025 ທີ່ຫໍທໍາມະສະພາແຫ່ງຊາດ.
ບກ: ພ.ບຸບຜາ
ພາບ ແລະ ຂ່າວ: ພ.ພຽງ