ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຢາມພົບປະຂອງຄະນະຜູ້ແທນຜູ້ນໍາຊາວພຸດໂລກ.

 
~~~~~
ໃນວັນທີ 17 ພຶດສະພາ 2025 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ)ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະຜູ້ແທນຜູ້ນໍາຊາວພຸດໂລກ ຈາກປະເທດຍີ່ປຸ່ນ ນຳໂດຍພຣະອາຈານໃຫຍ່ ໂກລິ ຊິນໄທ, ປະທານຜູ້ນຳຊາວພຸດໂລກ, ຫົວໜ້າຄະນະນິກາຍ ເນນບຸຊຸຊູ ປະເທດຍີ່ປຸ່ນ ທີ່ເດີນທາງມາຮ່ວມພິທີຊາປະນະກິດສົບ ພຣະອາຈານໃຫຍ່ ບຸນມາ ສິມມາພົມ ອະດີດປະທານສູນກາງ ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 16-18 ພຶດສະພາ 2025.
ໃນໂອກາດນີ້, ປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແລະ ໂຄງລ່າງພື້ນຖານ; ການຊ່ວຍເຫຼືອໃນຂະແຫນງການຕ່າງໆ. ຈາກນັ້ນ, ພຣະອາຈານໃຫຍ່ ໂກລິ ຊິນໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນການມາຢ້ຽມຢາມ ສປປ ລາວ ຄັ້ງນີ້
ການເຂົ້າຢ້ຽມພົບປະຄັ້ງນີ້ ເພື່ອເປັນການເສີມສ້າງສາຍພົວພັນຮ່ວມມືລະຫວ່າງ ອົງການພຸດທະສາສະໜາ ສໍາພັນລາວ ແລະ ຍີ່ປຸ່ນ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ທີ່ມີການເຕີບໃຫຍ່ຂະຫຍາຍຕົວ ໂດຍເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິ; ບັນດາໂຄງການຊ່ວຍເຫຼືອ-ຮ່ວມມືຂອງສອງປະເທດ ກໍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຄວາມຄືບໜ້າເປັນກ້າວໆ. ລາວ-ຍີ່ປຸ່ນ ມີຄວາມຍິນດີຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ກໍຄື ການຄ້າ-ການລົງທຶນ ລະຫວ່າງສອງປະເທດໃຫ້ຫຼາຍຂຶ້ນ, ການສົ່ງເສີມການໄປມາຫາສູ່ຂອງປະຊາຊົນສອງຊາດ ໂດຍສືບຕໍ່ຊຸກຍູ້ພາກທຸລະກິດຂອງສອງຝ່າຍ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບການຮ່ວມມື ທາງດ້ານພຸດທະສາສະໜາ ລາວ-ຍີ່ປຸ່ນ ໃຫ້ນັບມື້ດີຂຶ້ນ.
ບກ: ພ.ບຸບຜາ
ຂ່າວ:ລີ