ປະທານ ສນຊ ເຂົ້າຮ່ວມພິທີຕັກບາດຖວາຍສັງຄະທານພຣະອາຈານໃຫຍ່ ມະຫາບຸນມາ ສີມມາພົມ.

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2025 ນີ້, ທີ່ວັດພຣະທາດຫຼວງ ໄດ້ຈັດພິທີຕັກບາດ ຖວາຍສັງຄະທານ ແດ່ພະສົງ 108 ອົງ ເພື່ອອຸທິດບຸນກຸສົນ ເຖິງດວງວິນຍານອັນບໍລິສຸດ ຂອງພຣະອາຈານໃຫຍ່ ມະຫາບຸນມາ ສີມມາພົມ ອະດິດປະທານ ອພສ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພຣະອາຈານໃຫຍ່ມະຫາເວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາ ແຫ່ງ ສປປ ລາວ, ມີທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດແຫ່ງ ສປປ ລາວ ພ້ອມຄອບຄົວການນໍາ, ພະສົງສາມະເນນພ້ອມດ້ວຍປະຊາຊົນຊາວພຸດທະສາສະນິກະຊົນ ພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ພິທີໃສ່ບາດຖວາຍສັງຄະທານໃນຄັ້ງນີ້ ທ່ານ ປະທານ ສນຊ ໄດ້ໄຕ້ທູບທຽນບູຊາພຣະຣັດຕະນະໄຕຣໄຫວ້ພຣະ ຮັບ-ສິນ ຖວາຍເຄື່ອງອັດຖະບໍລິຂານ ແລະ ບໍລິວານຕ່າງໆ. ຈາກນັ້ນກໍໄດ້ພ້ອມກັນໃສ່ບາດຢ່າງພ້ອມພຽງ ແລະ ຮັບພອນຍາດນ້ຳເພຶ່ອເປັນການປະຕິບັດຕາມຮິດຄອງປະເພນີອັນດີງາມທີ່ເຄີຍປະຕິບັດກັນມາແຕ່ບູຮານນະການທັງເປັນການເຕົ້າໂຮມຄວາມສາມັກຄີ.
ບກ: ອຸດອນ
ຂ່າວພາບ: ລີ+ລິຂິດ