ທ່ານຮອງປະທານ ສນຊ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ.

ທ່ານ ເຍ່ຍເກີຢ່າ ໜໍຈໍ່ຈົງຕົວ ຄະນະປະຈໍາພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ຜູ້ຊີ້ນໍາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ພ້ອມດ້ວຍຄະນະ ໄດ້ລົງໄປເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ ໂດຍການຕ້ອນຮັບຂອງທ່ານ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ປະ ທານແນວລາວສ້າງຊາດແຂວງ, ມີບັນດາທ່ານຮອງປະທານ, ຜູ້ຕາງໜ້າຈາກພະແນກຖະແຫ່ຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພະນັກງານແນວລາວສ້າງຊາດ ເຂົ້າຮ່ວມ ທີ່ຫ້ອງການແນວລາວສ້າງຊາດແຂວງຊຽງຂວາງ, ໃນວັນທີ 19 ພຶດສະພາ 2025;
ໂອກາດນີ້, ທ່ານປະທານແນວລາວສ້າງຊາດ ແຂວງຊຽງຂວາງ ໄດ້ລາຍງານໂດຍຫຍໍ້ຜົນງານການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະຜ່ານມາ ເປັນຕົ້ນ: ການກະກຽມ ແລະ ດຳເນີນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໂດຍອີງໃສ່ມະຕິ 116/ຄປຈ, ລົງວັນທີ 11 ເມສາ 2025 ເຊິ່ງຂັ້ນແຂວງໄດ້ຜັນຂະຫຍາຍ ມາເປັນ 06 ກິດຈະກໍາ ຄື: ກິດຈະກຳການລົງຢ້ຽມຢາມອະດີດການນຳແນວລາວສ້າງຊາດແຂວງ, ການລົງປາຖະກະຖາຢູ່ບັນດາກົມກອງ 12 ຈຸດ, ກິດຈະກຳໂຮມຊຸມນຸມມື້ມິດຕິງ ມີແບບເຊິ່ງໜ້າ ແລະ ທາງໄກ, ກິດຈະກຳໂຄ ສະນາຜ່ານສືຕ່າງໆພາຍໃນແຂວງ, ການປະດັບປະດາຕິດປ້າຍຄຳຂວັນ ຕາມສະຖານທີ່ຕ່າງໆພາຍໃນເທດສະບານແຂວງ ແລະ ສຳນັກງານອົງການ ບ່ອນທີ່ເໝາະສົມ ແລະ ດ້ານຂະບວນການອະນາໄມ, ໄດ້ປັບປຸງຫ້ອງການແນວລາວສ້າງຊາດ ບ່ອນເປ່ເພ້ ສຳເລັດ; ພ້ອມນີ້, ໄດ້ລາຍງານສະພາບວຽກງານຊົນເຜົ່າ, ສາສະໜາ, ຊັ້ນຄົນ-ການຈັດຕັ້ງສັງຄົມ-ວຽກງານຊາວກະສິກອນ ແລະ ສະພາບການກະກຽມດ້ານຕ່າງໆ ກອງປະຊຸມແນວລາວສ້າງຊາດ ຂັ້ນແຂວງ ຄັ້ງທີ VIII ສຳເລັດ 95%, ສຳລັບກອງປະຊຸມແນວລາວສ້າງຊາດ ຂັ້ນບ້ານ ແລະ ຂັ້ນເມືອງ 07 ເມືອງ ແມ່ນສຳເລັດ 100%;
ພ້ອມນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວຂອງແນວລາວສ້າງຊາດແຂວງທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນການກະກຽມຄວາມພ້ອມເປີດກອງປະຊຸມແນວລາວສ້າງຊາດ ຂັ້ນແຂວງ ແລະ ບັນດາກິດຈະກຳ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຂະບວນການຟົດຟຶ້ນ; ພ້ອມທັງໄດ້ເນັ້ນຕື່ມບາງເນື້ອໃນ ວ່າ: ເອົາໃຈໃສ່ໃນການປະກອບສ່ວນ ຍູ້ແຮງຂະບວນການລຶບລ້າງຄວາມທຸກຍາກ ແລະສ້າງບ້ານປອດຢາເສບຕິດ ຂອງແນວລາວສ້າງຊາດ ໃຫ້ມີຜົນສຳເລັດ ຕາມຄາດໝາຍ; ສຳລັບການດຳເນີນກອງປະຊຸມຂັ້ນທ້ອງຖິ່ນ ພາຍຫຼັງສຳເລັດ ຄວນມີແຜນການຈັດຝຶກອົບຮົມໃຫ້ບຸກຄະລາກອນທີ່ມາຮັບໜ້າທີ່ໃໝ່ ເພື່ອໃຫ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຈັດຕັ້ງປະຕິບັດວຽກງານແນວໂຮມ ໃຫ້ມີຜົນງານໃໝ່.
ບກ: ສຊ ຈື້ໄຊ
ພາບ ແລະ ຂ່າວ: ພຽງ