ໃນວັນທີ 20 ພຶດສະພາ 2025 ນີ້, ຄະນະປ້ອງກັນພາຍໃນ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກ່ຽວກັບການຕ້ານຢາເສບຕິດລະດັບຊາດ, ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະ ເທດຄັ້ງທີ V ປີ 2025 ສະພາບຕີລາຄາການເຄື່ອນໄຫວວຽກງານປ້ອງກັນພາຍໃນ ສູນກາງແນວລາວສ້າງຊາດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີພະຈັນ ນັນທະວົງສາ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະປ້ອງກັນພາຍໃນ ສູນກາງແນວລາວສ້າງຊາດ, ມີຄະນະປະຈໍາ, ຄະນະກົມ ສູນກາງແນວລາວສ້າງຊາດ, ຄະນະກົມພາຍໃນ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມທີ່ສູນກາງແນວລາວສ້າງຊາດ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງເອກະສານທີ່ສໍາຄັນມີ 5 ເອກະສານຄື: ບົດສະຫຼຸບການເຄື່ອນໄຫວ ຂອງຄະນະປ້ອງກັນພາຍໃນ ສູນກາງແນວລາວສ້າງຊາດ ປະຈໍາປີ 2024 ແລະ ແຜນການປີ 2025, ຂໍ້ຕົກລົງ ຂອງຄະນະປະຈໍາ ສູນກາງແນວລາວສ້າງຊາດ ສະບັບເລກທີ 52/ຄປຈ, ລົງວັນທີ 13 ກຸມພາ 2024 ວ່າດ້ວຍການແຕ່ງຕັ້ງ ກອງເລຂາຄະນະກໍາມະການແກ້ໄຂ້ບັນຫາຢາເສບຕິດລະດັບຊາດ, ຂໍ້ຕົກລົງ ຂອງຄະນະປະຈໍາ ສູນກາງແນວລາວສ້າງຊາດ ສະບັບເລກທີ 289/ຄປຈ, ລົງວັນທີ 21 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງ ກອງເລຂາຊ່ວຍວຽກຄະນະລະດັບຊາດໃນການສໍາຫຼວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂອງສູນກາງແນວລາວສ້າງຊາດ, ຜ່ານແຜນການເຄື່ອນໄຫວວຽກງານ ຕ້ານຢາເສບຕິດຂອງ ສູນກາງແນວລາວສ້າງຊາດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ,ແຜນການ ເຄື່ອນໄຫວວຽກງານສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຈາກຄະນະປ້ອງກັນພາຍໃນ ສນຊ . ໃນນີ້ ສະຫາຍພັນໂທ ນາງ ຄໍາກອງ ເພັດສົມພູ ຫົວໜ້າພະແນກໂຄສະນາ ກົມໃຫຍ່ຕໍາຫຼວດຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຍົກໃຫ້ຮູ້ວ່າ: ປະເທດຊາດພວກເຮົາກໍ່ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາຢາເສບຕິດ ທີ່ໄດ້ແຜ່ລະບາດຮ້າຍແຮງນັບແຕ່ຕົວເມືອງໃຫຍ່ໄປສູ່ຊົນນະບົດເຂດຫ່າງໄກສອກຫຼີກເຂົ້າເຖິງທຸກເພດໄວໃນທົ່ວສັງຄົມ. ຢາເສບຕິດໄດ້ສົ່ງຜົນກະທົບຕໍ່ສຸຂະພາບຊີວິດຂອງຊາວໜຸ່ມຮຸ່ນສືບທອດ. ບັນຫາດັ່ງກ່າວເກີດໃຫ້ມີປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍະກໍາຕ່າງໆເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍ-ປອດໄພຂອງສັງຄົມ.

ຕອນທ້າຍຂອງກອງປະຊຸມ ສະຫາຍຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ໃຫ້ຮູ້ວ່າ: ການເຊື່ອມຊຶມໃນມື້ນີ້, ເປັນການສ້າງຈິດສໍານຶກໃຫ້ແກ່ຖັນແຖວພະນັກງານແນວລາວສ້າງຊາດໄດ້ຮັບຮູ້, ເຂົ້າໃຈ, ເຂົ້າເຖິງເນື້ອໃນ, ເຫດການຕົວຈິງຂອງຜົນຮ້າຍໄພອັນຕະລາຍຂອງຢາເສບຕິດປະເພດຕ່າງໆເພື່ອເປັນການປ້ອງກັນບໍ່ໃຫ້ຄົນທີ່ຮູ້ເທົ່າບໍ່ເຖິງການ ຢາກຮູ້ຢາກລອງ ໂດຍສະເພາະແມ່ນລູກຫຼານຂອງພະນັກງານແນວລາວສ້າງຊາດພວກເຮົາ. ອີກດ້ານໜຶ່ງກໍ່ເປັນຫູເປັນຕາພ້ອມກັນຊ່ວຍສະກັດກັ້ນການແຜ່ລະບາດຂອງຢາເສບຕິດ, ປະກົດການຫຍໍ້ທໍ້ທີ່ເກີດຈາກບັນຫາຢາເສບຕິດໄດ້ຫຼຸດໜ້ອຍເທື່ອລະກ້າວ ແລະ ກ້າວໄປເຖິງສັງຄົມປອດຈາກຢາເສບຕິດ.
ບກ: ສຊ ຈື້ໄຊ
ພາບ ແລະ ຂ່າວ: ໄຊວ່າງ


