ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈຳການ ໄດ້ລາຍງານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານແນວໂຮມ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕໍ່ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 4 ສະໄໝທີ XI; ໃນວັນທີ່ 11 ກໍລະກົດ 2025 ທີ່ ສູນກາງແນວລາວສ້າງຊາດ ເຊິ່ງທ່ານຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາຂອງອົງການແນວລາວສ້າງຊາດ ໄລຍະ 6 ເດືອນຕົ້ນປີ ແມ່ນໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ ຢ່າງຕັ້ງໜ້າ ໂດຍສະເພາະແມ່ນ 6 ວຽກຈຸດສຸມ, ການສ້າງການຫັນປ່ຽນໃໝ່ໃນຂົງເຂດວຽກງານແນວລາວສ້າງຊາດ ແລະ ແຜນພັດທະນາຂອງຕົນ ເປັນຕົ້ນແມ່ນ ການເຕົ້າໂຮມຄວາມສາມມັກຄີປອງດອງທົ່ວປວງຊົນ, ປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ປົກປ້ອງຜົນປະໂຫຍດ ຂອງປະຊາຊົນຊັ້ນຄົນຕ່າງໆ; ຮ່ວມສໍາພັນກັບອົງການພາຄີ ແລະ ການຮ່ວມມືກັບພາກສ່ວນຕ່າງໆ; ຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ; ປັບປຸງການເຄື່ອນໄຫວ ແລະ ສ້າງການຫັນປ່ຽນໃນວຽກງານແນວໂຮມ; ຕີລາຄາຈຸດດີ, ຈຸດອ່ອນ-ຄົງຄ້າງ. ຜ່ານການຈັດຕັ້ງປະຕິບັດແຜນພັດທະນາ ຂອງແນວລາວສ້າງຊາດ ທີ່ວາງໄວ້ແຕ່ລະດ້ານ ການຊີ້ນໍາຂອງຄະນະພັກ, ຄະນະປະຈໍາສູນກາງແນວລາວສ້າງຊາດ ແລະ ຄວາມບຸກບືນພະຍາຍາມຂອງແນວລາວສ້າງຊາດແຕ່ລະຂັ້ນ, ຄະນະທີ່ປຶກສາວຽກງານຕ່າງໆ ແລະ ບັນດາກົມເຫັນວ່າ ໃນ 5 ແຜນງານ ແລະ 27 ໂຄງການ ທີ່ກໍານົດໄວ້ໃນກອງປະຊຸມ ຄັ້ງຜ່ານມາໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າໃນລະດັບແຕກຕ່າງກັນຄື: ແຜນງານ ໜຶ່ງ: ສ້າງຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ປະກອບມີ 10 ໂຄງການ ໄດ້ຈັດຕັ້ງປະຕິບັດມີ 7 ໂຄງການ; ແຜນງານ ສອງ: ເສີມສ້າງຄຸນນະທໍາຂອງສາສະໜາ ປະກອບມີ 6 ໂຄງການ ແລະ ໄດ້ຈັດຕັ້ງປະຕິບັດໃນປີ ມີ 5 ໂຄງການ; ແຜນງານ ສາມ: ຊຸກຍູ້ ແລະ ສົ່ງເສີມບົດບາດຂອງບັນດາຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ປະກອບມີ 5 ໂຄງການ ແລະ ໄດ້ຈັດຕັ້ງປະຕິບັດໃນປີມີ 4 ໂຄງການ; ແຜນງານ ສີ່: ຮ່ວມມືກັບອົງການພາຄີ ແລະ ການຮ່ວມມືສາກົນ ປະກອບມີ 10 ໂຄງການ ແລະ ໄດ້ຈັດຕັ້ງປະຕິບັດໃນປີມີ 7 ໂຄງການ; ແຜນງານ ຫ້າ: ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ ປະກອບມີ 10 ໂຄງການ ແລະ ໄດ້ຈັດຕັ້ງປະຕິບັດໃນປີມີ 7 ໂຄງການ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ-ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ສືບຕໍ່ສຸມໃສ່ຊີ້ນໍາ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ XI ແລະ ແຜນງານ, ໂຄງການທີ່ກໍານົດທິດທາງແຜນພັດທະນາ ປີ 2025 ເພື່ອເຮັດໃຫ້ບັນດາແຜນວຽກເຫຼົ່ານັ້ນ ໄດ້ຮັບການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີນີ້ ພວກເຮົາຈະສຸມໃສ່ປະຕິບັດໜ້າວຽກສໍາຄັນຄື: ແນວລາວສ້າງຊາດທຸກຂັ້ນຕ້ອງຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ມະຕິ XI ແລະ ແຜນພັດທະນາ ຂອງອົງການແນວລາວສ້າງຊາດ ແລະບັນດາມະຕິ, ແຜນວຽກໃໝ່ໆ ຂອງສູນກາງພັກ, ສະພາແຫ່ງຊາດ ແລະລັດຖະບານ ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ທັງຫັນອອກມາເປັນແຜນວຽກລະອຽດເຂົ້າສູ່ພາກປະຕິບັດຕົວຈິງໃຫ້ສອດຄ່ອງ ລະຫວ່າງ ແຜນການ, ແຜນເງິນ ແລະແຜນຄົນ; ເພີ່ມທະວີການນໍາພາຊີ້ນໍາ, ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ, ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຢ່າງກົມກຽວ ແລະ ໄປໃນລວງດຽວກັນ; ບັນດາກົມ, ຫ້ອງການ ແລະ ສູນຄົ້ນຄວ້າ-ຝຶກອົບຮົມ ຮັບຜິດຊອບໃນແຕ່ລະໂຄງການ ໃຫ້ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ 5 ແຜນງານ 28 ໂຄງການ ໃນແຜນພັດທະນາ, 14 ໂຄງການໃໝ່ ແລະ 6 ແຜນວຽກຈຸດສຸມສໍາຄັນໃຫ້ສອດຄ່ອງ ແລະ ແທດເຖິງກ່ວາເກົ່າ; ພ້ອມທັງມີການຕິດຕາມ, ກວດກາ ແລະ ປະເມີນເປັນແຕ່ລະໄລຍະ; ຍູ້ແຮງການປະຕິບັດບັນດາໂຄງການ ຂອງກໍາມະການ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ທີ່ໄດ້ດໍາເນີນຢູ່ແຕ່ລະຂັ້ນ ໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດ ເປັນກ້າວໆ ແນໃສ່ເພີ່ມທະວີ 4 ເສີມສ້າງ, ສືບຕໍ່ຕັ້ງໜ້າປຸກລະດົມການສົມທົບຄົ້ນຄວ້າສ້າງ ແລະ ການປະຕິບັດໂຄງການຮັກບ້ານເກີດ, ໂຄງການຜະລິດ ແລະ ຊື້ສິນຄ້າຂອງລາວ ເພື່ອໄປຕາມທິດ ຂອງມະຕິ 04 ຂອງກົມການເມືອງສູນກາງພັກ ແລະ ສ້າງການຫັນປ່ຽນໃນວຽກງານແນວໂຮມ ຢ່າງແຂງແຮງ.
ບກ: ສຊ.ຈື້ໄຊ
ຂ່າວ: ຄຳຜາຍ
ພາບ: ແສງຫຼ້າ



