ເນື່ອງໃນໂອກາດປະກອບຄຳເຫັນ ຕໍ່ກອງປະຊຸມຄະນະປະຈໍາ ສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 4 ສະໄໝທີ XI, ໃນວັນທີ່ 11 ກໍລະກົດ 2025, ທ່ານ ເຢ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ສູນກາງແນວລສ້າງຊາດ ໄດ້ລາຍງານໃຫ້ຮູ້ວ່າ: ຕໍ່ກັບການເກັບກຳຫາງສຽງສັງຄົມສະທ້ອນຕໍ່ການກໍ່ສ້າງສ້ອມແປງ ແລະ ປົກປັກຮັກສາເສັ້ນທາງຂອງລັດ ຢູ່ 4 ແຂວງ (ຊຽງຂວາງ, ໄຊສົມບູນ, ບໍລິຄໍາໄຊ ແລະ ວຽງຈັນ) ເຊິ່ງມີ 4 ສາເຫດ ຄື: 1) ສາຍທາງຈຳນວນ ຫຼາຍກໍ່ສ້າງມາດົນກວ່າ 10 ປີ ທັງຂາດການປັບປຸງບູລະນະໃນແຕ່ລະໄລຍະ, ການບຳລຸງຮັກສາ, ການຟື້ນຟູບູລະນະ ບໍ່ເປັນປົກກະຕິ ແລະ ການຄຸ້ມຄອງນ້ຳໜັກລົດຂົນສົ່ງ ບໍ່ໄດ້ຕາມລະບຽບການທີ່ວາງໄວ້, 2) ການກໍ່ສ້າງທາງຫຼວງບາງໂຄງການບໍ່ໄດ້ຄຸນນະພາບມາດຕະຖານເຕັກນິກ ແລະ ບໍ່ທັນໄດ້ກໍ່ສ້າງທາງຫຼວງຕາມມາດຕະຖານອາຊຽນ ຈິ່ງບໍ່ສາມາດຮອງຮັບກັບການຂົນສົ່ງບັນທຸກນ້ຳໜັກປະລິມານເພີ່ມຂຶ້ນຫຼາຍເທົ່າຕົວ ໃນເງື່ອນໄຂຍານພາຫະນະຂົນສົ່ງທາງບົກຖືກພັດທະນາເຕັກນິກສູງ ຮັບນ້ຳໜັກຫຼາຍ ແລະ ບວກກັບຈຳນວນຍານພາຫະນະຂະໜາດໃຫຍ່ນຳເຂົ້າ ໄດ້ເພີ່ມຂຶ້ນໄວ ໃນໄລຍະເສດຖະກິດ-ສັງຄົມ ມີການເຕີບໃຫຍ່ ແລະ ຂະຫຍາຍຕົວສູງ, 3) ງົບປະມານລົງທຶນກໍ່ສ້າງ, ສ້ອມແປງ ແລະ ບູລະນະພື້ນຖານໂຄງລ່າງມີຂອບເຂດຈໍາກັດ ແລະ ບໍ່ພຽງພໍກັບຄວາມຕ້ອງການດ້ານເຕັກນິກວິຊາການ ແລະ 4) ຂາດການມີສ່ວນຮ່ວມຂອງຊຸມຊົນ ແລະ ຜູ້ປະກອບການຕໍ່ກັບການປົກປັກຮັກສາ, ຟື້ນຟູ ແລະ ບູລະນະທາງຫຼວງ. ກົງກັນຂ້າມ ທາງໄປສວນ, ທາງໄປໄຮ່ ແລະ ທາງໄປຫາກິດຈະການຂອງຄອບຄົວ ແມ່ນລົງທຶນສ້າງດີ ແລະ ປົກປັກຮັກສາ; ທາງແຍກເຂົ້າຫາບໍ່ແຮ່ທີ່ບໍລິສັດສຳປະທານ ແມ່ນປູດ້ວຍເບຕົງຄອນກີດ; ພ້ອມນີ້, ທ່ານໄດ້ຍົກ 9 ຂໍ້ສະເໜີໃນການແກ້ໄຂ ເຊິ່ງຂໍ້ທີ 9 ມີເນື້ອໃນວ່າ: ສະເໜີໃຫ້ບັນດາແຂວງ (ຊຽງຂວາງ, ໄຊສົມບູນ, ບໍລິຄໍາໄຊ ແລະ ວຽງຈັນ) ແລະ ແຂວງ ອື່ນໆ ໃນທົ່ວປະເທດເປັນເຈົ້າການເອົາໃຈໃສ່ຢ່າງເຂັ້ມງວດ ແລະ ເດັດຂາດ ແກ້ໄຂບັນຫາຕ່າງໆຕາມສຽງສັງຄົມສະ ທ້ອນ ເປັນຕົ້ນ: ຂາດການຄຸ້ມຄອງນໍ້າໜັກລົດບັນທຸກ, ການກໍ່ສ້າງສ້ອມແປງ ແລະ ປົກປັກຮັກສາເສັ້ນທາງຂອງລັດ ບໍ່ທັນດີເທົ່າທີ່ຄວນ, ບັນຫາລົດເຖື່ອນຍັງມີຈໍານວນຫຼາຍ, ບັນຫາຜູ້ຂັບຂີ່ບໍ່ມີເອກະສານ ແລະ ຜູ້ຂັບຂີ່ພົວພັນສິ່ງເສບຕິດ, ການແບ່ງຂັ້ນຄຸ້ມຄອງ ແລະ ມອບໝາຍຄວາມຮັບຜິດຊອບບໍ່ທັນຈະແຈ້ງ ແລະ ຂາດຕົວ, ຂາດການປະສານງານ ທີ່ເປັນປົກກະຕິ ລະຫວ່າງ ພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ແຂວງ ຕໍ່ວຽກງານທາງຫຼວງ ແລະ ການຂົນສົ່ງ, ການຂຸດຄົ້ນແຮ່ທາດ ແລະອື່ນໆ.
ບກ: ສຊ.ຈື້ໄຊ
ຂ່າວ: ພ.ພຽງ
ພາບ: ແສງຫຼ້າ



