ຜົນສຳເລັດກອງປະຊຸມຄະນະປະຈຳ ສນຊ ເປີດກວ້າງ ຄັ້ງທີ 4 ສະໄໝທີ XI

      ກອງປະຊຸມຄະນະປະຈຳ ສູນກາງແນວລາວສ້າງຊາດ (ສນຊ) ເປີດກວ້າງ ປະຈຳປີ 2025 ຄັ້ງທີ 4 ສະໄໝທີ XI ໄດ້ດຳເນີນພາຍໃຕ້ການເປັນປະທານ ຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມມີບັນດາທ່ານຮອງປະທານ ສນຊ, ຄະນະທີ່ປຶກສາ, ຄູ່ຮ່ວມງານ, ກຳມະການສູນກາງແນວລາວສ້າງຊາດ ອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍຄະນະກົມ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບວີດີໂອທາງໄກ ຈາກແນວລາວສ້າງຊາດ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ສູນກາງແນວລາວສ້າງຊາດ, ໃນວັນທີ 11 ກໍລະກົດ 2025;
       ໂອກາດກ່າວອັດກອງປະຊຸມ, ທ່ານປະທານ ສນຊ ໄດ້ເນັ້ນໜັກ 4 ເນື້ອໃນຫຼັກ ຂອງກອງປະຊຸມ ວ່າ: 1) ໃນຫົກເດືອນ ຕົ້ນປີ 2025 ຜ່ານມາ ຄະນະປະຈຳ ສນຊ ກໍຄືຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ ຄົບຖ້ວນຕາມແຜນວຽກປະຈຳປີທີ່ໄດ້ກຳນົດໄວ້, ເຫັນດີຮັບຮອງເອົາບົດລາຍງານ ທີ່ທ່ານຮອງປະທານຜູ້ປະຈຳການ ໄດ້ນຳສະເໜີ ເຊິ່ງໄດ້ຕີລາຄາຈຸດດີ, ຈຸດອ່ອນ-ຄົງຄ້າງ, ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ-ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້; ສຳລັບ 6 ເດືອນທ້າຍປີ 2025 ເຊິ່ງເປັນວາລະສຸດທ້າຍ ຂອງການຈັດຕັ້ງປະຕິບັດມະຕິ XI ຂອງພັກ ແລະ ມະຕິ XI ຂອງແນວລາວສ້າງຊາດ; ດັ່ງນັ້ນ, ຮຽກຮ້ອງບັນດາທ່ານບຸກບືນດ້ານເຫື່ອແຮງ, ສະຕິປັນຍາ, ການເສຍສະຫຼະເວລາສ່ວນຕົວ ແລະ ບຸກບືນຍົກສູງຄຸນນະພາບຂອງວຽກງານ ໃຫ້ມີໝາກມີຜົນກວ່າເກົ່າ; ສຳຄັນທີ່ສຸດໃນ 6 ເດືອນທ້າຍປີນີ້ ຕ້ອງໄດ້ສຸມໃສ່ການກະກຽມການສະເຫຼີມສະຫຼອງ ຄົບຮອບ 75 ປີ ແນວລາວສ້າງຊາດ, ການກະກຽມຮ່ວມກັບພັກ-ລັດ, ອົງການພາຄີ ໃນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ໄດ້ຮັບໝາກຮັບຜົນດີ; ພ້ອມນີ້, ຢູ່ທ້ອງຖິ່ນຮາກຖານບ້ານ ແລະ ເມືອງ ທີ່ໄດ້ສຳເລັດກອງປະຊຸມຂັ້ນຂອງຕົນ ຕ້ອງໄດ້ມີການປັບປຸງຕົນເອງ, ມີການຝຶກອົບຮົມ ໃຫ້ຜູ້ທີ່ມາຮັບໜ້າທີ່ໃໝ່ ເພື່ອເຮັດໃຫ້ການຂັບເຄື່ອນວຽກງານເປັນປົກກະຕິ; ສຳລັບແນວລາວສ້າງຊາດ ຂັ້ນແຂວງ ໃນການກະກຽມກອງປະຊຸມ ຂັ້ນຂອງຕົນ ໃຫ້ໄປລວງດຽວກັນຕາມທິດທາງລວມ ຂອງສູນກາງພັກ-ລັດຖະບານ ວາງອອກ; 2) ບັນດາກິດຈະກຳການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ທ່ານໄດ້ເນັ້ນໃຫ້ເປັນສັບປະດາ ຂອງແນວລາວສ້າງຊາດ ຄົບຮອບ 75 ປີ ໂດຍມີການຈັດກິດຈະກຳຕ່າງໆ ໃຫ້ຕໍ່ເນື່ອງຕາມວັນເວລາທີ່ໄດ້ກຳນົດໄວ້ ເປັນຕົ້ນ: ການແຂ່ງຂັນກິລາປະເພດຕ່າງໆ, ການບໍລິຈາກເລືອດ, ການຈັດງານວາງສະແດງວັດທະນະທຳຊົນເຜົ່າ, ການສະແດງກາຍະສິນ, ແລະ ບັນດາກິດຈະກຳອື່ນໆ ທີ່ປິ່ນອ້ອມ ໃຫ້ເຊື່ອມໂຍງໃສ່ມື້ໂຮມຊຸມນຸມມິດຕິ່ງໃຫຍ່ ໃນວັນທີ 13 ສິງຫາ 2025; 3) ສຳລັບວຽກງານການຕິດຕາມກວດກາ ຂອງແນວລາວສ້າງຊາດ ແຕ່ລະຂັ້ນ ແລະ ການຕິດຕາມກວດກາຫາງສຽງສະທ້ອນ ຂອງສັງຄົມ ເຊິ່ງເປັນໜ້າທີ່ ແລະ ເປັນຄວາມຮັບຜິດຊອບ ທີ່ກົດໝາຍໄດ້ກຳນົດໃຫ້; ດັ່ງນັ້ນ, ຄະນະຮັບຜິດຊອບແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ສັງລວມຂໍ້ມູນຕົວຈິງ ໂດຍ ຜ່ານການຕິດຕາມກວດກາ ໃນຂອບເຂດຄວາມຮັບຜິດຊອບຂອງແນວລາວສ້າງຊາດ ໃຫ້ຊັດເຈນ ເພື່ອນຳສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສະພາແຫ່ງຊາດ ພິຈາລະນາແກ້ໄຂ ຕາມຄວາມເໝາະສົມ ແລະ 4) ກ່ຽວກັບການປຶກສາຫາລື ແລະ ພິຈາລະນາ 2 ນິຕິກຳສຳຄັນ ຂອງແນວລາວສ້າງຊາດ ເປັນຕົ້ນ: ການຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍແນວລາວສ້າງຊາດ ສະບັບປັບປຸງໃໝ່ ຕ້ອງໃຫ້ສຳເລັດຕາມກຳນົດເວລາ ແລະ ຮ່າງມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການຕີຄວາມໝາຍການສ້າງລາຍຮັບ ຂອງແນວລາວສ້າງຊາດ ແມ່ນມີຄວາມຈຳເປັນຫຼາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ;
ໃນວາລະກອງປະຊຸມ, ໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຈາກບັນດາທ່ານຜູ້ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ແບບວີດີໂອທາງໄກ, ເຮັດໃຫ້ມີບັນຍາກາດຟົດຟື້ນ ແລະ ໄດ້ອັດລົງໃນວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.
ບກ: ພ.ບຸບຜາ ແລະ ສຊ.ຈື້ໄຊ
ຂ່າວ: ພ.ພຽງ
ພາບ: ແສງຫຼ້າ