ປະທານສູນກາງແນວລາວສ້າງຊາດ ພົບປະຢ້ຽມຢາມໂຮງຮຽນຟ້າສີຄາມ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມໂຮງຮຽນຟ້າສີຄາມ ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສຸລິວັນ ພົມມະຫາໄຊ ເລຂາຄະນະບໍລິຫານງານພັກເມືອງນາຊາຍທອງ, ບັນດາທ່ານຄະນະນຳຂອງເມືອງ ແລະ ຄູອາຈານ ພ້ອມດ້ວຍນ້ອງນັກຮຽນ ຂອງໂຮງຮຽນດັ່ງກ່າວ ເຂົ້າຮ່ວມ ໃນວັນທີ 17 ກໍລະກົດ 2025 ນີ້.

ໃນພິທີ, ທ່ານ ນາງ ບຸນເຫຼືອ ພົມມະທັດ ປະທານກຸ່ມໂຮງຮຽນຟ້າສີຄາມ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 2008 ເຊິ່ງມາຮອດປັດຈຸບັນໄດ້ຂະຫຍາຍມີ 2 ສາຂາ ຄື: ສາຂາ 1 ບ້ານແຈ້ງສະຫວ່າງ ແລະ ສາຂາ 2 ບ້ານນາງ່າ, ມີອາຄານຮຽນທັງໝົດ 10 ຫຼັງ, ມີ 61 ຫ້ອງຮຽນ, ມີຊັ້ນຮຽນແຕ່ອະນຸບານ-ຊັ້ນມັດທະຍົມສົມບູນ ແລະ ພິເສດຢູ່ສາຂາ 1 ຍັງໄດ້ເປີດເປັນສູນສອນພາສາອັງກິດ; ໃນໄລຍະຜ່ານມາໂຮງຮຽນໄດ້ເຊື່ອມຊຶມບັນດາມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ, ໄດ້ເຂົ້າຮ່ວມຂະບວນການຕ່າງໆທີ່ເມືອງຈັດຂຶ້ນ, ໄດ້ປັບປຸງວຽກງານການຄຸ້ມຄອງເອກະສານ ແລະ ຈັດຝຶກອົບຮົມຍົກລະດັບໃຫ້ຄູອາຈານປົກກະຕິ ເພື່ອນຳໄປໝູນໃຊ້ເຂົ້າໃນການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ເຊິ່ງເຮັດໃຫ້ໃນປີຜ່ານມາມີນັກຮຽນເກັ່ງສອບເສັງຂັ້ນນະຄອນຫຼວງໄດ້ ອັນດັບ 2 ມີ 2 ນ້ອງ,  ອັນດັບ 3 ໄດ້ 1 ນ້ອງ, ມີນັກຮຽນຊັ້ນ ມໍ4 ແລະ ມໍ7 ເສັງໄດ້ໃບປະກາດແດງ 7 ນ້ອງ ແລະ ເປັນໂຮງຮຽນຕົວແບບຂອງເມືອງໃນການສ້າງຊັບພະຍາກອນມະນຸດ.

ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໂຮງຮຽນ ໃນໄລຍະຜ່ານມາ ແລະ ທ່ານໄດ້ຮຽກຮ້ອງຕື່ມວ່າ ໃຫ້ຄູອາຈານສືບຕໍ່ສຶກສາຄົ້ນຄວ້າບັນດາແຜນຍຸດທະສາດຂອງເມືອງ, ຂອງນະຄອນຫຼວງວຽງຈັນ ກໍ່ຄືຂອງຊາດ ແລະ ສຶກສາຄົ້ນຄວ້າຫຼັກສູດການຮຽນ-ການສອນ, ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ເພື່ອນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ໄດ້ຮັບການພັດທະນາດີຂຶ້ນ; ເດັກນ້ອຍ, ຊາວໜຸ່ມ, ເຍົາວະຊົນໃນປະຈຸບັນແມ່ນກຳລັງແຮງສັງລວມ ແລະ ແມ່ນອະນາຄົດຂອງຊາດ ສະນັ້ນໃຫ້ຄູອາຈານເອົາໃຈໃສ່ໃນການສອນ ແລະ ນັກຮຽນກໍຕ້ອງໄດ້ເອົາໃຈໃສ່ສຶກສາຮ່ຳຮຽນໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ. ພ້ອມກັນນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກໍໄດ້ໄປຢ້ຽມຊົມບັນດາກິດຈະກຳຂອງໂຮງຮຽນ, ສະຖານທີ່ຫ້ອງຮຽນຈຳນວນໜຶ່ງ. ຈາກນັ້ນ, ທ່ານ ສິນລະວົງ ຄຸດໄພທູນ  ພ້ອມດ້ວຍຄະນະ ກໍ່ສືບຕໍ່ໄປຢ້ຽມຢາມສວນບັນດາເຜົ່າ ທີ່ບ້ານດານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງຄະນະຮັບຜິດຊອບຈັດງານວາງສະແດງວັດທະນະທຳຊົນເຜົ່າ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຈະຈັດງານສັບປະດາວັດທະນະທຳຊົນເຜົ່າ ຢູ່ສວນແຫ່ງນີ້ ລະຫວ່າງວັນທີ 8-12 ສິງຫາ 2025.

ຂ່າວ+ພາບ: ເຢ

ບກ: ພ.ບຸບຜາ