ເນື່ອງໃນໂອກາດທີ່ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ ໃນວັນທີ 21 ກໍລະກົດ 2025 ນີ້ ທີ່ຫ້ອງວ່າການປົກຄອງແຂວງໄຊຍະບູລີ.
ກ່ອນອື່ນທ່ານເຈົ້າແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຮັດວຽກ ແລະ ຊຸກຍູ້ວຽກງານແນວໂຮມຢູ່ແຂວງໄຊຍະບູລີ ແລະ ພ້ອມທັງໄດ້ແຈ້ງສະພາບລວມໂດຍຫຍໍ້ຂອງແຂວງ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ.
ພ້ອມກັນນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ຂອງທ່ານເຈົ້າແຂວງໃນຄັ້ງນີ້ ແລະ ໄດ້ລາຍງານຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊຍະບູລີ ໃຫ້ທ່ານເຈົ້າແຂວງຮັບຊາບຕື່ມ.
ຂ່າວ+ພາບ: ສ ຈື້ໄຊ



