ທ່ານ ດຣ ນ. ອິນລາວັນ ແກ້ວບຸນພັນ ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ ) ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ໂຄງການນາຕານກະສິກຳສະອາດຄົບວົງຈອນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວ ຈຳກັດ ປະທານໂຄງການນາຕານກະສິກຳສະອາດຄົບວົງຈອນ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ ໃນວັນທີ 26 ກໍລະກົດ 2025 ທີ່ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໂອກາດນີ້, ທ່ານ ປະທານໂຄງການນາຕານກະສິກຳສະອາດຄົບວົງຈອນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2018 ຢູ່ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີເນື້ອທີ່ທັງໝົດ 74 ກວ່າເຮັກຕ່າ ແລະ ນຳໃຊ້ທຶນຂອງຄອບຄົວ; ຊິ່ງມາຮອດປັດຈຸບັນ, ໄດ້ຂໍໃຫ້ຊ່ຽວຊານຈາກຫວຽດນາມ ມາຊ່ວຍທາງດ້ານວິຊາການ ແລະ ໃຊ້ແຮງງານຂອງປະຊາຊົນພາຍໃນບ້ານນາຕານມາຊ່ວຍໃນການຜະລິດ, ໄດ້ສຳເລັດການບຸກເບີດ, ຈັດສານເນື້ອທີ່ໃນການປູກ-ການລ້ຽງ, ໄດ້ທົດລອງວິໄຈພືດຜັກ, ໄມ້ກິນໝາກປະເພດຕ່າງ ທີ່ຈະນຳມາປູກເປັນສິນຄ້າ; ວິທີການລ້ຽງສັດປະເພດຕ່າງໆ, ທົດລອງວິທີການແປຮູບຜະລິດຕະພັນກະສິກຳ ເປັນສິນຄ້າໂອດ໋ອບ, ທົດລອງວິທີແປຮູບໝາກໄມ້ໃຫ້ໝາກ ຈຳນວນ 48 ຊະນິດ ແລະ ໄດ້ວາງແຜນໃນການປູກພືດຜັກ, ໄມ້ກິນໝາກ ໃນຕໍ່ 5 ຊະນິດ ເພື່ອກາຍເປັນສິນຄ້າສົ່ງອອກສູ່ຕະຫຼາດ ແລະ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນບ້ານນາຕານ ແລະ ເຂດບ້ານໄກ້ຄຽງ.
ພ້ອມກັນນັ້ນ, ທ່ານ ຮອງປະທານ ສນຊ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໂຄງການນາຕານກະສິກຳສະອາດຄົບວົງຈອນ ເຊິ່ງເຫັນວ່າໂຄງການດັ່ງກ່າວໄດ້ມີຄວາມຄືບໜ້າໄປຫຼາຍແລ້ວ ພ້ອມກັນນັ້ນ ກໍຍັງເປັນການສ້າງເຮັດວຽກເຮັດງານທຳໃຫ້ປະຊາຊົນຢູ່ເຂດດັ່ງກ່າວ ເພື່ອໃຫ້ມີລາຍຮັບເພີ່ມ ຕື່ມອີກ.
ຂ່າວ+ພາບ: ເຢ
ບກ: ພ.ພຽງ



