ໃນທ້າຍເດືອນກໍລະກົດ 2025ຜ່ານມານີ້, ທ່ານ ເຍ່ຍເກີຢາ ໜຈໍຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຊຸກຍູ້, ພົບປະພະນັກງານຫຼັກແຫຼງ ຢູ່ເມືອງຄອບ, ແຂວງໄຊຍະບູລີ, ມີທ່ານ ຄໍາສີ ແພງສະຫວັນ ຄະນະປະຈໍາພັກ, ປະທານ ແນວລາວສ້າງຊາດແຂວງໄຊຍະບູລີ, ມີບັນດາ ທ່ານຄະນະປະຈໍາປົກຄອງເມືອງ ແລະ ພະນັກງານຫຼັກແຫຼງຈາກອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ສະໝັກ ລິດສະຖານ ຮອງປະທານປົກຄອງເມືອງຄອບ ໄດ້ລາຍງານໃຫ້ຮູ່ວ່າ: ເມືອງຄອບ ເປັນ 1ໃນ 11ເມືອງ ຂອງແຂວງໄຊຍະບູລີ, ຫ່າງຈາກເທດສະບານແຂວງ 250 ກິໂລແມັດ, ປະກອບ ມີ 28 ບ້ານ ແລະ 6 ຊົນເຜົ່າຄື: ຊົນເຜົ່າລາວ, ຊົນເຜົ່າມົ້ງ, ຊົນເຜົ່າກຶມຸ, ຊົນເຜົ່າຍວນ ແລະ ຊົນເຜົ່າໄປຣ ປະຊາຊົນບັນດາເຜົ່າໄດ້ຖືເອົາການປູກຝັງ,ລ້ຽງສັດ ເປັນອາຊີບຕົ້ນຕໍ; ຕໍ່ກັບວຽກງານແນວໂຮມຢູ່ເມືອງຄອບ ຄະນະກໍາມະການແນວລາວສ້າງຊາດ ກໍໄດ້ເຮັດບົດບາດ ໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ແລະ ສາສະໜາ ເຫັນວ່າໃນທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບໂດຍພື້ນຖານ ເຮັດໃຫ້ປະຊາຊົນມີຄວາມເຊື້ອໝັ້ນຕໍ່ການນໍາພາ ຂອງພັກ ແລະ ລັດ, ປະຊາຊົນບັນດາເຜົ່າມີຄວາມເສຍສະຫຼະ ແລະ ຄວາມຕື່ນຕົວປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມທຸກຂະບວນການທີ່ສໍາຄັນ ຂອງພັກ, ລັດ ແລະ ແນວລາວສ້າງຊາດ ເປັນຕົ້ນແມ່ນເຂົ້າຮ່ວມ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.

ກ່ອນອື່ນ ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ ຂອງຄະນະປົກຄອງ ແລະ ແນວລາວສ້າງຊາດ ທີ່ຍາດມາໄດ້ ເຫັນວ່າມີຜົນງານຫຼາຍດ້ານທີ່ພົ້ນເດັ່ນ ແລະ ໜ້າຊື່ມຊົມ; ໃນນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຍົກໃຫເຫັນມູນເຊື້ອອັນສະຫງ່າອົງອາດ ແລະ ຜົນງານຂອງແນວລາວສ້າງຊາດ ຕະຫຼອດໄລຍະ 75ປີຜ່ານມາໂດຍສັງເຂບ ຄື: (13ສິງຫາ 1950-13ສິງຫາ 2025) ທຸກໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ: ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ, ພັກໄດ້ຄົ້ນພົບ ແລະຮັບຮູ້ມູນເຊື້ອທີ່ເປັນພື້ນຖານ ແລະ ສະຫງ່າງາມຂອງແນວລາວສ້າງຊາດ ດັ່ງນີ້: ແນວລາວອິດສະຫຼະເປັນຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະຫຼະພາບ; ແນວລາວຮັກຊາດ ເປັນໃຈກາງຂອງແນວໂຮມເອກກະພາບແຫ່ງຊາດ, ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກໍາລັງທີ່ຮັກຊາດຕ່າງໆ, ຕໍ່ສູ້ເພື່ອປົກປັກຮັກສາເອກະລາດ 12 ຕຸລາ 1945 ຂອງຊາດ, ເຕົ້າໂຮມກໍາລັງຮັກຄວາມເປັນທໍາ ແລະ ຄວາມກ້າວໜ້າຂອງສັງຄົມ. ແນວລາວສ້າງຊາດເປັນແນວໂຮມຂອງຂະບວນການສາມັກຄີຂອງຊົນຊາດລາວ ແລະ ພັດທະນາປະເທດຊາດ, ເປັນຫຼັກແຫຼ່ງ, ເປັນບ່ອນສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆ ແລະ ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ເຕົ້າໂຮມກໍາລັງແຮງອົງການຈັດຕັ້ງສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ; ແນວລາວສ້າງຊາດ ເປັນຕົ້ນ ຢູ່ຂັ້ນຮາກຖານມີມູນເຊື້ອສະໜິດຕິດພັນກັບປະຊາຊົນ, ເປັນທີ່ປຶກສາ, ໃຫ້ຄໍາແນະນໍາ, ເປັນບ່ອນສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊັ້ນຄົນຂອງທຸກຊົນເຜົ່າ, ສ່ອງແສງມານະຈິດໃຫ້ປະຊາຊົນໄດ້ເພິ່ງພາ ແລະໄດ້ປຶກສາຫາລື. ພ້ອມດຽວກັນນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກໍໄດ້ໄປຢ້ຽມຢາມ ນາຍ ແລະພົນທະຫານ ກອງກໍສ້າງຮາກຖານ 408 ເມືອງຄອບ ແລະ ມອບເຄື່ອງຊ່ວຍເຫຼືອຈໍ່ານວນໜຶ່ງໃຫ້ກົມກອງດັ່ງກ່າວ.
ບກໂດຍ: ສຊ ຈື້ໄຊ
ຂ່າວ+ພາບ: ແນວເມືອງຄອບ



