ເປີດງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ

     ສູນກາງແນວລາວສ້າງຊາດ ຮ່ວມກັບອົງການປົກຄອງນະຄອນຫວງວຽງຈັນ, ເມືອງນາຊາຍທອງ ແລະ ສວນບັນດາເຜົ່າ ໄດ້ເປີດງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ ຢ່າງເປັນທາງການຂຶ້ນ ໃນວັນທີ 8 ສິງຫານີ້ ເປັນກຽດເຂົ້າຮ່່ວມໂດຍ ທ່ານ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ປ້າ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ, ມີບັນດາການນຳພັກ-ລັດ ຂັ້ນສູງ, ຄອບຄົວການນໍາ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ບັນດາແຂວງ, ພະນັກງານ-ລັດຖະກອນ, ພໍ່ແມ່ພີ່ນ້ອງບັນດາເຜົ່າທີ່ມາຈາກນະຄອນຫຼວງວຽງ ແລະ ບັນດາແຂວງທົ່ວປະເທດ ແລະ ຜູ້ປະກອບການ ເຂົ້າຮ່ວມ.
     ໃນພິທີເປີດ ທ່ານ ຄຳໄຫຼ ສິປະເສີດ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຂຶ້ນກ່າວເປີດງານ ແລະ ໄດ້ກ່າວບາງຕອນວ່າ: ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຂົນຂວາຍກໍາລັງແຮງຂອງທົ່ວສັງຄົມປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ ປີ 1950 ແລະ ໄດ້ເຄື່ອນໄຫວໜ້າທີ່ການເມືອງ ຜ່ານ 3 ໄລຍະຄື:
1) ໄລຍະແນວລາວອິດສະຫຼະ (ປີ 1950 – 1956)ໄລຍະນີ້ແມ່ນໄດ້ເຄື່ອນໄຫວປະຕິບັດບົດບາດອອກໜ້າແທນພັກໃນການເຕົ້າໂຮມກ້ອນກໍາລັງສາມັກຄີທົ່ວປວງຊົນ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ສາມາດຮັບໄຊຊະນະໄດ້. 2)ໄລຍະແນວລາວຮັກຊາດ (1956 – 1979)ໃນເງື່ອນໄຂທີ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງເປັນທາງການ ແລະ ເຄື່ອນໄຫວນໍາພາການປະຕິວັດລາວແບບສະຫງ່າຜ່າເຜີຍ ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ວຽກງານແນວໂຮມ ໂດຍໄດ້ເພີ່ມກໍາລັງການປະຕິບວັດດ້ວຍການເຕົ້າໂຮມ, ປຸກລະດົມຂົນຂວາຍສັງຄົມລາວທຸກພາກສ່ວນ ເຂົ້າຮ່ວມພາລະກິດຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະໄດ້ປ່ຽນຊື່ແນວລາວອິດສະຫຼະເປັນແນວລາວຮັກຊາດ. 3) ໄລຍະແນວລາວສ້າງຊາດ (1979-ປັດຈຸບັນ) ພາຍຫຼັງປະເທດຊາດໄດ້ຮັບການສະຖາປານາ ວັນທີ 2 ທັນ ວາ1975 ມາ ໂດຍໃຊ້ເວລາ 4 ປີ ເຫັນໄດ້ວ່າ ທິດທາງລວມຂອງພັກແມ່ນສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນີ້ ພັກໄດ້ວາງຍຸດທະສາດໃນການສ້າງສາ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ, ສະນັ້ນ ແນວລາວຮັກຊາດ ຈິ່ງໄດ້ປ່ຽນຊື່ເປັນແນວລາວສ້າງຊາດ ມາເຖິງປັດຈຸບັນ. ຕະຫຼອດ 75 ປີຜ່ານມາ ແນວລາວສ້າງຊາດ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫຼວງເຂົ້າໃນພາລະກິດລວມຂອງພັກຂອງຊາດແຕ່ລະໄລຍະ ໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ລວມທັງພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ.
       ການຈັດງານສັບປະດາຄັ້ງນີ້ ເພື່ອທົບທວນ ແລະ ເສີມຂະຫຍາຍມູນເຊື້ອ, ຜົນງານອັນໃຫຍ່ຫຼວງຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ແລະ ເປັນໜຶ່ງໃນ 9 ກິດຈະກໍາ ຂອງການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ພ້ອມກັນນີ້ ທ່ານຍັງໄດ້ແຈ້ງວາລະການເຄື່ອນໄຫວກິດຈະກໍາສະເຫຼີມສະຫຼອງ ວັນດັ່ງກ່າວ ແຕ່ນີ້ຮອດວັນທີ 13 ສິງຫາ 2025 ຕື່ມອີກ.
     ທ່ານ ຈັນທະວົງ ພະມີສິດ ຮອງປະທານ ສວນບັນດາເຜົ່າ, ໄດ້ລາຍງານຫຍໍ້ຄວາມເປັນມາຂອງສວນບັນດາເຜົ່າແຫ່ງນີ້ ເຊິ່ງໄດ້ເປີດໃຫ້ບໍລິການມາແຕ່ປີ 2017, ເພື່ອສ້າງເປັນແຫຼ່ງທ່ອງທ່ຽວທາງວັດທະນະທໍາບັນດາຊົນເຜົ່າຕ່າງໆ ທົ່ວປະເທດ (50 ຊົນເຜົ່າ) ສະຖານທີ່ຕັ້ງຂອງສວນບັນດາເຜົ່າ ຢູ່ບ້ານດານຊີ, ເມືອງນາຊາຍທອງ ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 20 ກິໂລແມັດ ໄດ້ຮັບການໄກ້ຊິດຕິດແທດຈາກການຊີ້ນໍາຂອງຄະນະພັກເມືອງ ນາຊາຍທອງ. ພາຍໃນສວນຂອງພວກເຮົາປະກອບດ້ວຍຈຸດທ່ອງທ່ຽວຢ້ຽມຊົມ-ຮຽນຮູ້ຄື: ມີ ເຮືອນເຜົ່າ ຕົວຈິງ 10 ຊົນເຜົ່າ, ມີຫ້ອງວາງສະແດງຂໍ້ມູນບັນດາເຜົ່າ, ຫ້ອງຂາຍເຄື່ອງທີ່ລະນຶກ, ບ່ອນສັກກະລະບູຊາ ວັງພະຍານາກ, ສວນພືດເປັນຢາ, ຣີສອດ, ສະໂມສອນ, ຮ້ານອາຫານ – ກາເຟ ເຄື່ອງດື່ມ, ຕູບນັ່ງຊົມວິວ, ຈໍາລອງນໍ້າຕົກ, ທໍາມະຊາດອື່ນໆ. ງານສັບປະດາຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 4 ວັນ ນັບແຕ່ວັນທີ 8-11 ສິງຫາ ແລະ ພາຍໃນງານແຕ່ລະວັນ ຈະມີຫຼາກຫຼາຍກິດຈະກໍາຕະຫຼອດງານ ທີ່ໜ້າສົນໃຈ ຈິ່ງເຊີນຊວນສັງຄົມ ແລະ ມວນຊົນ ເຂົ້າທ່ຽວຊົມ ເພື່ອປະກອບສ່ວນມີສ່ວນຮ່ວມໃນງານສົ່ງເສີມວັດທະນະທໍາອັນດີງາມຂອງຊາດລາວ.
ຂ່າວ-ພາບ: ແສງຫລ້າ
ບກ: ພ. ບຸບຜາ