ກວດສຸຂະພາບ ແລະ ຮັບບໍລິຈາກເລືອດ

     ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ສູນກາງແນວລາວສ້າງຊາດຮ່ວມກັບກະຊວງສາທາລະນະສຸກ, ອົງການກາແດງລາວ, ສູນເລືອດແຫ່ງຊາດ ໄດ້ສ້າງຂະບວນການກວດສຸຂະພາບ ບໍ່ເສຍຄ່າ ແລະ ບໍລິຈາກເລຶອດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານ ສນຊ, ຫົວໜ້າ ອະນຸກຳມະການ ໂຄສະນາ-ຂະບວນການ 75 ປີ ຂອງແນວລາວສ້າງຊາດ, ທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ , ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ຮສຈ ດຣ.ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງລາວ, ບັນດາທ່ານກຳມະການ ສູນກາງແນວລາວສ້າງຊາດ(ສນຊ) ທີ່ປຶກສາ ແລະ ຄູ່ຮ່ວມງານ ຂອງ ສນຊ , ພຸດທະສາສະໜາ, ສາສະໜາຕ່າງໆ, ພະນັກງານ ລັດຖະກອນຈາກພາກສ່ວນຕ່າງໆ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງຟົດຟື້ນ, ໃນວັນທີ 7 ສິງຫາ 2025 ນີ້. ທີ່ສູນການຄ້າ ລາວ-ໄອເຕັກພາຍໄຕ້ຄໍາຂັວນ: “ ໃຫ້ເລືອດ ໃຫ້ຄວາມຫວັງ ສາມັກຄີຮ່ວມພະລັງຊ່ວຍຊີວິດ’’.
      ກິດຈະກໍານີ້ເປັນການສ້າງຂະບວນການຂໍ່ານັບຊົມເຊີຍ ແລະ ຮັບຕ້ອນວັນສໍາຄັນຕ່າງໆຂອງພັກຂອງຊາດເປັນຕົ້ນ: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນຂອງແນວລາວອິດສະຫລະ ແລະ ແນວລາວຮັກຊາດ ໃນເມື່ອກ່ອນ ໃນການຕໍ່ສູ້ກູ້ຊາດ ກໍ່ຄືແນວລາວສ້າງຊາດ ປະຈຸບັນ ໃນການເຕົ້າໂຮມຄວາມສາມັກຄີ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນສີວິໄລເທື່ອລະກ້າວ ແລະ ເປັນການຊ່ວຍເຫຼືອຄົນເຈັບທີ່ນອນປິ່ນປົວຕາມໂຮງໝໍທົ່ວປະເທດ.
     ໃນໂອກາດນີ້, ທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານ ສນຊ ໄດ້ມີຄຳເຫັນ ຕໍ່ພິທີເປີດງານ ເຊິ່ງໄດ້ກ່າວບາງຕອນວ່າ ສະແດງຄວາມຊົມເຊີຍການນໍາ ກະຊວງສາທາລະນະສຸກ, ອົງການກາແດງລາວ ແລະ ອະນຸກຳມະການ ໂຄສະນາ-ຂະບວນການ 75ປີ ແນວລາວສ້າງຊາດ ທີ່ໄດ້ເອົາໃຈໃສ່ກະກຽມ ປະສານສົມທົບກັບພາກສ່ວນຕ່າງໆເຮັດໃຫ້ຂະບວນການກວດສຸຂະພາບ ແລະ ຮັບບໍລິຈາກເລືອດຊ່ວຍຊີວິດໃນຄັ້ງໄດ້ເກີດຂຶ້ນ; ຂະບວນການ ກວດສຸຂພາບ ແລະ ຮັບບໍລິຈາກເລືອດໃນຄັ້ງນີ້, ເພື່ອເປັນການຈັດຕັ້ງປະຕິບັດມະຕິ XI ຂອງແນວລາວສ້າງຊາດ ຢ່າງເປັນຂະບວນຟົດຟື້ນ. ພິເສດທີ່ມີຄວາມໝາຍຂອງອົງການແນວລາວສ້າງຊາດ, ປີນີ້ແມ່ນປີຄົບຮອບໃຫຍ່ ຂອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ,ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສຳພັນທາງການເມືອງຂອງທົ່ວສັງຄົມ, ມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຂົນຂວາຍກຳລັງແຮງຂອງທົ່ວສັງຄົມປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ແນວລາວສ້າງຊາດຈິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ ປີ 1950 ສະນັ້ນ, ການຈັດຂະບວນການກວດສຸຂະພາບ ແລະ ຮັບບໍລິຈາກເລືອດ ຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ຊຶ່ງກໍແມ່ນເປັນການລະນຶກເຖິງຄຸນງາມ ຄວາມດີຂອງບັນພະບູລຸດ, ການນຳຮຸ່ນກ່ອນ ທີ່ໄດ້ເສຍສະຫຼະເລືອດເນື້ອນຳພາຕໍ່ສູ້ກອບກູ້ເອົາປະເທດຊາດ ແລະ ຍັງສະແດງເຖີງມູນເຊື້ອນໍ້າໃຈສາມັກຄີ, ຊ່ວຍເຫຼືອ ຂອງປະຊາຊົນລາວບັນດາເຜົ່າ , ການມີສ່ວນຮ່ວມບໍລິຈາກເລືອດໄດ້ປະກອບສ່ວນຊ່ວຍເຫຼືອພີ່ນ້ອງຮ່ວມຊາດ ແລະ ເພື່ອນມະນຸດດ້ວຍກັນ. ການບໍລິຈາກເລຶອດຄັ້ງນີ້, ໄດ້ 203 ຖົງຕາມຄາດໝາຍທີ່ວາງໄວ້.
     ໃນໂອກາດດັ່ງກ່າວນີ້, ຍັງໄດ້ມອບ-ຮັບ ວັດຖຸ-ປັດໄຈ ຈາກການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ແລະ ສາສະໜາຕ່າງໆ ທີ່ໄດ້ປະກອບສ່ວນເຂົ້າໃນງານບໍລິຈາກເລຶອດໃນຄັ້ງນີ້ ເຊິ່ງກ່າວຮັບໂດຍທ່ານ ດຣ ນ. ອິນລາວັນ ແກ້ວບຸນພັນ ແລະ ທ່ານ ມອນໄຊ ລາວມົວຊົ່ງ: ພ້ອມນັ້ນ, ຍັງໄດ້ມອບໃບຍ້ອງຍໍ, ໃບກຽດຕິຄຸນ, ໃບຊົມເຊີຍໃຫ້ແກ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນກິດຈະກໍາຄັ້ງນີ້.
ບກ: ພ.ບຸບຜາ
ຂ່າວ: ລີ
ພາບ: ໄຊວ່າງ